ເອຊຽນເກມຫາງໂຈ່ວພົບພໍ້ບຸນໄຫວ້ພະຈັນ

2023-09-30 10:03:13 CRI


    ເນື່ອງໃນໂອກາດບຸນໄຫວ້ພະຈັນເຊິ່ງເປັນບຸນປະເພນີຂອງຈີນໝູນວຽນມາເຖິງ, ບັນດາເພື່ອນມິດຕ່າງປະເທດທີ່ມາເຂົ້າຮ່ວມງານມະຫາກໍາກິລາເອຊຽນເກມຄັ້ງທີ19ຢູ່ນະຄອນຫາງໂຈ່ວໄດ້ເຕົ້າໂຮມກັນເພື່ອສໍາພັດກັບບັນຍາກາດແຫ່ງຄວາມສາມັກຄີໃນວັນບຸນດັ່ງກ່າວ.


    ໃນຄໍ່າຄືນທີ່ພະຈັນເຕັມດວງ, ແສງຈັນທີ່ສວຍງາມໄດ້ເປັ່ງລັດສະໝີສາດສ່ອງລົງມາເພີ່ມສີສັນໃຫ້ກັບທະເລສາບ ຊີຫູ. ຄະນະນຳ, ຄູເຝິກ, ນັກກິລາ ພ້ອມດ້ວຍນັກຂ່າວທີ່ມາຈາກຫຼາຍປະເທດຢູ່ອາຊີໄດ້ຮ່ວມກັນລ່ອງເຮືອຊົມຄວາມງາມຂອງທິວທັດທຳມະຊາດໃນຍາມຄ່ຳຄືນ, ພ້ອມທັງໄດ້ແບ່ງປັນເລື່ອງລາວຕ່າງໆໃນເອຊຽນເກມຄັ້ງນີ້ກໍຄືແລກປ່ຽນວັດນະທໍາທີ່ຫຼາກຫຼາຍນຳກັນ.