“ຂະບວນລ້ານຊ້າງ” ຂະບວນທີ 4 ຂອງທາງລົດໄຟຈີນ-ລາວເລີ່ມໃຫ້ບໍລິການ

2023-10-01 15:31:22 cri

ເວລາ 11 ໂມງຂອງວັນທີ 29 ກັນຍາຜ່ານມານີ້, ລົດໄຟ EMU “ຂະບວນລ້ານຊ້າງ” ຂະບວນໃໝ່ທີ່ຜະລິດໂດຍບໍລິສັດ CRRC ຕ້າຫຼຽນ ແລະ ບໍລິສັດ CRRC ຊື້ຟ່າງ ໄດ້ແລ່ນອອກຈາກສະຖານີລົດໄຟນະຄອນຫຼວງວຽງຈັນຢ່າງສະໝ່ຳສະເໝີດີ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ລົດໄຟ EMU ຂະບວນດັ່ງກ່າວ ເລີ່ມໃຫ້ບໍລິການຢ່າງເປັນທາງການແລ້ວ.

ເພື່ອຍົກລະດັບຄວາມສາມາດໃນການຂົນສົ່ງຜູ້ໂດຍສານໃຫ້ສູງຂຶ້ນຕື່ມ ແລະ ກະກຽມເຂົ້າໃນການຮອງຮັບຜູ້ໂດຍສານໃນປີທ່ອງທ່ຽວລາວປີ 2024 , ໃນເດືອນມິຖຸນາປີນີ້ ບໍລິສັດທາງລົດໄຟລາວ-ຈີນໄດ້ສັ່ງຊື້ເພີ່ມຕື່ມລົດໄຟໂດຍສານ EMU “ຂະບວນລ້ານຊ້າງ” ຂະບວນໜຶ່ງນໍາບໍລິສັດ CRRC ຂອງຈີນ. ລົດໄຟ EMU ທີ່ເລີ່ມໃຫ້ບໍລິການໃນຄັ້ງນີ້ແມ່ນ ລົດໄຟ “ຂະບວນລ້ານຊ້າງ” ຂະບວນທີ 4 ທີ່ບໍລິສັດ CRRC ຂອງຈີນອອກແບບ ແລະ ຜະລິດສະເພາະສໍາລັບທາງລົດໄຟຈີນ-ລາວ.

ນັບແຕ່ເປີດໃຫ້ບໍລິການເສັ້ນທາງລົດໄຟຈີນ-ລາວ ມາຮອດປັດຈຸບັນ, ລົດໄຟ EMU “ຂະບວນລ້ານຊ້າງ” ໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 3.000.000 ກວ່າເທື່ອຄົນ, ຂົນສົ່ງຜູ້ໂດຍສານສະເລ່ຍຕໍ່ມື້ 4.894 ເທື່ອຄົນ ແລະ ໄດ້ຮັບການຕີລາຄາເປັນຢ່າງດີຈາກຜູ້ໂດຍສານທີ່ມາຈາກທ້ອງຖິ່ນຕ່າງໆຂອງໂລກ.