ກະແສການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນໃນປີ 2022 ເປັນອັນດັບ 2 ຂອງໂລກ

2023-10-01 15:10:58 cri

“ແຈ້ງການສະຖິຕິການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນສົກປີ 2022” ທີ່ກະຊວງການຄ້າ, ອົກງານສະຖິຕິແຫ່ງຊາດ ແລະ ອົງການຄຸ້ມຄອງເງິນຕາຕ່າງປະເທດຈີນຮ່ວມກັນເຜີຍແຜ່ໃນວັນທີ 28 ກັນຍາຜ່ານມາສະແດງໃຫ້ເຫັນວ່າ: ກະແສການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນໃນປີ 2022 ໄດ້ບັນລຸເຖິງ 163,12 ຕື້ໂດລາ, ເປັນອັນດັບ 2 ຂອງໂລກ, ຢູ່ 3 ອັນດັບທຳອິດຂອງໂລກເປັນ 11 ປີຢ່າງລຽນຕິດ ແລະ ກວມຫຼາຍກວ່າ 10% ຂອງການລົງທຶນຕໍ່ຕ່າງປະເທດຂອງທົ່ວໂລກເປັນ 7 ປີຢ່າງລຽນຕິດ. ເມື່ອທ້າຍປີ 2022, ຍອດການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນຍັງເຫຼືອ 2.750 ຕື້ໂດລາ, ເປັນອັນດັບ 3 ຂອງໂລກຢ່າງລຽນຕິດໃນ 6 ປີຜ່ານມາ.


“ແຈ້ງການ” ວິເຄາະວ່າ: ການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນໃນປີ 2022 ມີຈຸດພິເສດຕົ້ນຕໍດັ່ງນີ້: ໜຶ່ງ, ຂະໜາດການລົງທຶນຕໍ່ຕ່າງປະເທດສືບຕໍ່ຢູ່ແຖວໜ້າຂອງໂລກ; ສອງ, ວິສາຫະກິດຈີນທີ່ຢູ່ຕ່າງປະເທດໄດ້ປົກຫຸ້ມຫຼາຍກວ່າ 80% ຂອງປະເທດແລະເຂດແຄວ້ນທົ່ວໂລກ; ສາມ, ລົງທຶນໃນຂົງເຂດຕ່າງໆຢ່າງກວ້າງຂວາງ; ສີ່, ວິສາຫະກິດທ້ອງຖິ່ນຂອງຈີນມີຄວາມຫ້າວຫັນໃນການລົງທຶນຕໍ່ຕ່າງປະເທດຢ່າງຕໍ່ເນື່ອງ; ຫ້າ, ຮ່ວມກັນຊຸກຍູ້ການພັດທະນາເສດຖະກິດແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.