ຮົງກາຣີຍິນດີເພີ່ມທະວີຍຸດທະສາດ “ເປີດປະຕູສູ່ພາກຕາເວັນອອກ” ເພື່ອເຊື່ອມຕໍ່ກັບຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”

2023-10-01 11:34:19 CRI

ທ່ານນາງໂນວັກ ກາຕາລິນ ປະທານາທິບໍດີຮົງກາຣີກ່າວໃນວັນທີ 28 ກັນຍາຜ່ານມາວ່າ: ຮົງກົງຣີຍິນດີເພີ່ມທະວີຍຸດທະສາດ “ເປີດປະຕູສູ່ພາກຕາເວັນອອກ” ເພື່ອເຊື່ອມຕໍ່ກັບຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.


ທ່ານນາງໂນວັກ ກາຕາລິນ ໄດ້ຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານກົ່ງທ່າວ ເອກອັກຄະລັດຖະທູດຈີນປະຈຳຮົງກາຣີຄົນໃໝ່ໃນວັນດັ່ງກ່າວ ແລະ ໄດ້ຕີລາຄາເປັນຢ່າງສູງຕໍ່ສາຍພົວພັນລະຫວ່າງຮົງກາຣີ-ຈີນ ທັງກ່າວວ່າ: ຮົງກາຣີຍິນດີເພີ່ມທະວີຍຸດທະສາດ “ເປີດປະຕູສູ່ພາກຕາເວັນອອກ”, ເຊື່ອມຕໍ່ກັບຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງຝ່າຍໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ.


ທ່ານກົ່ງທ່າວ ເອກອັກຄະລັດຖະທູດຈີນປະຈຳຮົງກາຣີຄົນໃໝ່ ກ່າວວ່າ: ດ້ວຍການຊີ້ນຳນຳພາທາງຍຸດທະສາດຈາກຜູ້ນຳສອງປະເທດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຈີນ ແລະ ຮົງກາຣີໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືທີ່ແທ້ຈິງ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງຝ່າຍໄດ້ດຳເນີນໄປຢ່າງຄຶກຄັກ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບໝາກຜົນອັນອຸດົມສົມບູນ, ຈີນຍິນດີຮ່ວມກັບຮົງກາຣີສືບຕໍ່ລົງເລິກການແລກປ່ຽນ ແລະ ຮ່ວມມືໃນຂົງເຂດຕ່າງໆ.