ກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານມາດຕະຖານຈີນ-ອາຊຽນຄັ້ງທີ 3 ຈະຈັດຂຶ້ນຢູ່ນະຄອນຫຼິວໂຈ່ວເຂດກວາງຊີຈີນ

2023-10-01 13:52:54 cri

ວັນທີ 28 ກັນຍາແລ້ວນີ້, ຝ່າຍເຈົ້າພາບຈັດກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານມາດຕະຖານຈີນ-ອາຊຽນຄັ້ງທີ 3 ໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທ່ານຫຼີຊ່ວນ ສະມາຊິກຄະນະພັກພະແນກຕິດຕາມຄຸ້ມຄອງຕະຫຼາດເຂດກວາງຊີທັງເປັນວິສະວະກອນໃຫຍ່ກ່າວວ່າ: ກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານມາດຕະຖານຈີນ-ອາຊຽນຄັ້ງທີ 3 ຈະຈັດຂຶ້ນຢູ່ນະຄອນຫຼິວໂຈ່ວ ເຊິ່ງເປັນຕົວເມືອງອຸດສາຫະກຳໃຫຍ່ທີ່ສຸດຂອງເຂດກວາງຊີໃນວັນທີ 12 ຕຸລານີ້. ກິດຈະກຳເທື່ອນີ້ຈະສຸມໃສ່ການເປິກສາຫາລືໃນຂົງເຂດຕ່າງໆເຊັ່ນ: ການພັດທະນາແບບສີຂຽວ, ລົດໃຊ້ພະລັງງານໃໝ່, ການຜະລິດເຄື່ອງອຸປະກອນ, ເຄື່ອງອຸປະກອນພິເສດ, ຂະແໜງການປ່າໄມ້ນີເວດ ແລະ ຂົງເຂດອື່ນໆໂດຍຖືເອົາມາດຕະຖານເປັນເສົາຄ້ຳ ແລະຈະຈັດກິດຈະກຳທີ່ກ່ຽວຂ້ອງຕ່າງໆ.

ກອງປະຊຸມເວທີເປິກສາຫາລືຄັ້ງນີ້ຍັງຈະຊຸກຍູ້ການສ້າງ “ສູນແລກປ່ຽນ-ຮ່ວມມືມາດຕະຖານອາຊຽນ”, ສະຖາບັນຄົ້ນຄວ້າເຕັກນິກມາດຕະຖານກວາງຊີ ແລະ ສະຖາບັນຄົ້ນຄວ້າກະສິກຳມຽນມາຈະລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານກະສິກຳແບບມາດຕະຖານ.