ໃນມື້ທຳອິດຂອງໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນ, ທາງລົດໄຟທົ່ວປະເທດໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 20 ລ້ານເຄື່ອຄົນ

2023-10-01 13:55:21 cri


    ວັນທີ 29 ກັນຍາແລ້ວນີ້, ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານ 20,098 ລ້ານເທື່ອຄົນ, ຈຳນວນຂົນສົ່ງຜູ້ໂດຍສານໃນມື້ດຽວໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່, ໄດ້ແລ່ນຂະບວນລົດໄຟ 12.537 ຂະບວນ, ໃນນັ້ນໄດ້ອອກລົດເພີ່ມເຕີມ 1.854 ຂະບວນ. ທາງລົດໄຟສາຂາປັກກິ່ງໄດ້ຂົນສົ່ງຜູ້ໂດຍສານ 1,594 ລ້ານເທື່ອຄົນ, ທາງລົດໄຟສາຂາຊຽງໄຮ້ໄດ້ຂົນສົ່ງຜູ້ໂດຍສານ 3,603 ລ້ານເທື່ອຄົນ, ທາງລົດໄຟສາຂາກວາງໂຈ່ວໄດ້ຂົນສົ່ງຜູ້ໂດຍາສານ 3,032 ລ້ານເທື່ອຄົນ.

ວັນທີ 30 ກັນຍາແລ້ວນີ້, ຄາດວ່າທາງລົດໄຟທົ່ວປະເທດຈະຂົນສົ່ງຜູ້ໂດຍສານ 17,6 ລ້ານເທື່ອຄົນ, ແລ່ນຂະບວນລົດໄຟ 12.180 ຂະບວນ, ໃນນັ້ນອອກລົດເພີ່ມເຕີມ 1.594 ຂະບວນ. ຈຳນວນຜູ້ໂດຍສານຈະຫຼຸດລົງໃນລະດັບໃດໜຶ່ງເມື່ອທຽບໃສ່ວັນທີ 29 ກັນຍາ, ແຕ່ຍັງເປັນລະດັບສູງສົມຄວນ.