ຜູ້ນຳ 9 ປະເທດສະຫະພາບເອີຣົບຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອແກ້ໄຂບັນຫາຊາວອົບພະຍົບຜິດກົດໝາຍ

2023-10-01 15:11:55 cri

9 ປະເທດສະມາຊິກສະຫະພາບເອີຣົບອ້ອມທະເລເມດີແຕຣາເນ ໄດ້ຈັດກອງປະຊຸມຢູ່ປະເທດມານຕາໃນວັນທີ 29 ກັນຍາຜ່ານມາ ໂດຍທວງໃຫ້ສະຫະພາບເອີຣົບເພີ່ມທະວີການຮ່ວມມມື ເພື່ອແກ້ໄຂບັນຫາຊາວອົບພະຍົບຜິດກົດໝາຍ.


ຖະແຫຼງການຮ່ວມຂອງຜູ້ນຳ 9 ປະເທດຫຼັງກອງປະຊຸມລະບຸວ່າ: ຕ້ອງ “ຕອບສະໜອງຢ່າງເຕັມທີ່” ຕໍ່ການຮ້ອງຂໍຂອງປະເທດສະມາຊິກສະຫະພາບເອີຣົບ ທີ່ໄດ້ຮັບເອົາຊາວອົບພະຍົບຜິດກົດໝາຍເປັນຈຳນວນຫຼວງຫຼາຍ ແລະ ຮຽກຮ້ອງໃຫ້ປະຕິບັດມາດຕະການ ເພື່ອຍົກສູງອັດຕາສົ່ງຄືນ ຕໍ່ຜູ້ສະແຫວງຫາການປົກປ້ອງທີ່ຖືກປະຕິເສດ ແລະ ພົນລະເມືອງປະເທດທີ 3 ທີ່ບໍ່ມີສິດອາໄສຢູ່ສະຫະພາບເອີຣົບ. ຖະແຫຼງການກ່າວເນັ້ນໜັກວ່າ: ຕ້ອງດຳເນີນການຮ່ວມມືຢ່າງແຂງແຮງກວ່າເກົ່າກັບປະເທດໃກ້ຄຽງທັງໝົດອ້ອມເຂດທະເລເມດີແຕຣາເນ, ທະວີບອາຟຣິກາ ພ້ອມດ້ວຍປະເທດທີ່ເປັນແຫຼ່ງທີ່ມາ ແລະ ປະເທດສົ່ງຕໍ່ຊາວຍົກອົົບພະຍົບຜິດກົດໝາຍຕົ້ນຕໍ.