ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນຈະມີຄົນທ່ຽວພາຍໃນປະເທດເຖິງ 896 ລ້ານເທື່ອຄົນ

2023-10-01 13:54:40 cri

    ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນເປີດເຜີຍຂ່າວຫຼ້າສຸດໃຫ້ຮູ້ວ່າ: ຄາດວ່າໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນປີນີ້, ໃນທົ່ວປະເທດຈີນຈະມີນັກທ່ອງທ່ຽວພາຍໃນປະເທດບັນລຸເຖິງ 896 ລ້ານເທື່ອຄົນ, ເພີ່ມຂຶ້ນ 86% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈະສ້າງລາຍຮັບຈາກການທ່ອງທ່ຽວພາຍໃນປະເທດໄດ້ຫຼາຍກວ່າ 782,5 ຕື້ຢວນ, ເພີ່ມຂຶ້ນ 138% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ນອກນີ້, ອີງຕາມຕົວເລກຫຼ້າສຸດທີ່ກົມຄຸ້ມຄອງຄົນຕ່າງປະເທດແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດປີນີ້, ນັກທ່ອງທ່ຽວເຂົ້າອອກເມືອງຈະບັນລຸເຖິງ 1,58 ລ້ານເທື່ອຄົນຕໍ່ວັນ, ເພີ່ມຂຶ້ນປະມານ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສະນັ້ນ, ອົງການດ່ານພາສີແຫ່ງຊາດຈີນໄດ້ຈັດວາງຢ່າງເປັນເອກະພາບ ໃຫ້ດ່ານພາສີທ້ອງຖິ່ນຕ່າງໆອອກມາດຕະການຕ່າງໆ ເພື່ອຮັບປະກັນໃຫ້ຜູ້ໂດຍສານສາມາດຜ່ານດ່ານໄດ້ຢ່າງສະດວກ.