ຜົນງານຮູບແຕ້ມທິວທັດ 10 ແຫ່ງຂອງໜອງຕາເວັນຕົກ

2023-10-02 18:51:42 CRI

    ນັກປະພັນ ແລະ ນັກແຕ້ມຮູບໃນສະໄໝຕ່າງໆຂອງຈີນມັກພັນລະນາເຖິງທິວທັດທີ່ສວຍງາມຂອງໜອງຕາເວັນຕົກ ເລື່ອງລາວຕ່າງໆທີ່ສະທ້ອນໃຈ ແລະ ໂສມໜ້າຂອງຍຸກສະໄໝດ້ວຍສໍຂອງຕົນ, ໂດຍໄດ້ສ້າງເນື້ອຫາດ້ານວັດທະນະທໍາ ແລະ ມົນສະເໜ່ຕາເວັນອອກທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄືຂອງໜອງຕາເວັນຕົກ. ທ່ານເຊິນເຈ່ຍລິງ ນັກແຕ້ມຮູບຈີນໄດ້ແຕ້ມທິວທັດ 10 ແຫ່ງຂອງໜອງຕາເວັນຕົກ, ຮູບແຕ້ມແຕ່ລະໃບລ້ວນແຕ່ມີເນື້ອຫາຂອງໃຜຂອງມັນ, ເພີ່ນເວົ້າວ່າ ຈະພະຍາຍາມສະແດງໃຫ້ເຫັນເຖິງມົນສະເໜ່ຂອງໜອງຕາເວັນຕົກດ້ວຍຮູບແຕ້ມ.