ຫຼຽນລາງວັນຂອງງານເອຊຽນເກມທີ່ອອກແບບມາຈາກພູຜາແມ່ນ້ຳ

2023-10-03 21:33:47 CRI

    ຫຼຽນລາງວັນ “ໜອງ-ພູ" ຂອງງານກິລາເອຊຽນເກມຄັ້ງທີ 19 ຮາງໂຈ່ວ ທີ່ມີຜູ້ອອກແບບຄືທ່ານ ຈ່າງຈວິ້ນເຈ ພ້ອມໜ່ວຍງານ ໄດ້ດູດຊັບເອົາວັດທະນະທຳຂອງເຄື່ອງຢົກ “ຊົງ” ທີ່ເປັນມູນເຊື້ອຂອງຈີນ ແລະ ຮູບແຕ້ມພູຜາແມ່ນ້ຳຂອງຈີນ, ໂດຍວາງກາສັນຍະລັກປະຈຳງານກິລາໄວ້ຢູ່ທາງເທິງຂອງຫຼຽນ ເໝືອນດັ່ງລອຍຢູ່ເທິງທ້ອງຟ້າຂອງໜອງ ແລະ ພູ, ເບິ່ງແລ້ວຄືເປັນພາບທີ່ກອດດວງຈັນໄວ້ຢູ່ແນບເອິກ.