ທ່ານສີຈິ້ນຜິງສົ່ງໂທລະເລກຊົມເຊີຍທ່ານໂມຮາເມັດ ມູອິສ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີມານດິຟ

2023-10-04 10:28:23 cri

ວັນທີ3 ຕຸລາ2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານໂມຮາເມັດ ມູອິສ ໃນໂອກາດທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດມານດິຟ.

 ເນື້ອໃນໂທລະເລກຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ມິດຕະພາບແລະການໄປມາຫາສູ່ກັນລະຫວ່າງຈີນ-ມານດິຟມີປະຫວັດມາແຕ່ດົນນານ. ສອງປະເທດຈີນ-ມານດິຟບໍ່ພຽງແຕ່ຈິງໃຈຕໍ່ກັນ,ໄວ້ເນື້ອເຊື່ອໃຈກັນ ແລະຊ່ວຍເຫຼືອເຊິ່ງກັນແລະກັນເທົ່ານັ້ນ, ຍິ່ງເປັນຄູ່ຮ່ວມມືເພື່ອການພັດທະນາແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ມານດິຟ, ຍິນດີຮ່ວມກັບທ່ານໂມຮາເມັດ ມູອິສທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ສຸມຄວາມພະຍາຍາມເພື່ອເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ລົງເລິກການຮ່ວມມືຕົວຈິງ, ຊຸກຍູ້ສາຍພົວພັນຄູ່ຮ່ວມມືແລະມິດຕະພາບຮອບດ້ານທີ່ຫັນໜ້າສູ່ອະນາຄົດລະຫວ່າງສອງປະເທດໃຫ້ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.