ສູນການຄ້ານະຄອນຫຼວງບາງກອກຂອງໄທເກີດເຫດການຍິງກັນເຮັດໃຫ້ມີຜູ້ເສຍຊີວິດ2ຄົນແລະບາດເຈັບ 5 ຄົນ

2023-10-04 10:30:38 cri

ວັນທີ 3 ຕຸລານີ້, ໂຄສົກກົມຖະແຫຼງຂ່າວກະຊວງການຕ່າງປະເທດໄທກ່າວຢືນຢັນວ່າ: ຢູ່ສູນການຄ້າສະຫຍາມພາຣາກອນໃຈກາງນະຄອນຫຼວງບາງກອກໄດ້ເກີດເຫດການຍິງກັນ ເຮັດໃຫ້ມີຜູ້ເສຍຊີວິດ2ຄົນແລະບາດເຈັບ 5 ຄົນ. ເວລາປະມານ 17 ໂມງ 10 ນາທີຂອງມື້ດຽວກັນ, ເຈົ້າໜ້າທີ່ຕຳຫຼວດໄດ້ຈັບກຸມຊາຍຄົນໜຶ່ງທີ່ມີອາຍຸ14ປີ, ເຊິ່ງຖືກສົງໄສກໍ່ເຫດການໃນຄັ້ງນີ້.

    ຕາມບົດລາຍງານທີ່ເຈົ້າໜ້າທີ່ຕຳຫຼວດໄທເປີດເຜີຍໃນເວລາປະມານ19ໂມງ45ນາທີໃຫ້ຮູ້ວ່າ, ຜູ້ເສຍຊີວິດສອງຄົນມີຜູ້ໜຶ່ງແມ່ນຄົນຈີນ, ອີກຜູ້ໜຶ່ງແມ່ນຄົນມຽນມາ. ສ່ວນຜູ້ບາດເຈັບ 5 ຄົນປະກອບມີພົນລະເມືອງລາວ1ຄົນ, ຈີນ1ຄົນ ແລະໄທ3ຄົນ. ຫົວໜ້າກົມໃຫຍ່ຕຳຫຼວດແຫ່ງຊາດໄທໄດ້ເປີດເຜີຍໃຫ້ຮູ້ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຢູ່ນອກສູນການຄ້າສະຫຍາມພາຣາກອນວ່າ: ຜູ້ປົກຄອງຂອງຜູ້ຕ້ອງສົງໄສເປີດເຜີຍໃຫ້ຮູ້ວ່າ ຜູ້ກ່ຽວມີພະຍາດທາງຈິດ, ແຕ່ລາຍລະອຽດກ່ຽວກັບເປົ້າຫມາຍໃນການກໍ່ເຫດ, ເຈົ້າໜ້າທີ່ຕຳຫຼວດຍັງພວມສືບສວນສອບສວນຢູ່.