ເສັ້ນທາງລົດໄຟຈີນ-ລາວເປີດບໍລິການ 22 ເດືອນ ຂົນສົ່ງສິນຄ້າ 26 ລ້ານກວ່າໂຕນ

2023-10-04 16:05:05 CRI


    ວັນທີ 4 ຕຸລານີ້, ກຸ່ມບໍລິສັດ ທາງລົດໄຟຈີນສາຂາຄຸນໝີງແຈ້ງໃຫ້ຮູ້ວ່າ, ນັບມາຮອດວັນທີ 3 ຕຸລາ 2023 ນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ເປີດບໍລິການຄົບຮອບ 22 ເດືອນ, ການຂົນສົ່ງສິນຄ້າໄດ້ຮັກສາຄວາມປອດໄພ ແລະ ໝັ້ນທ່ຽງຢ່າງຕໍ່ເນື່ອງ, ໄດ້ຂົນສົ່ງສິນຄ້າທັງໝົດ 26,8ລ້ານໂຕນ, ປະເພດສິນຄ້າເພີ່ມຂຶ້ນເປັນ 2.700 ກວ່າປະເພດ. ປະລິມານຂົນສົ່ງສິນຄ້າໄດ້ເກີນການຄາດໝາຍ, ກາຍເປັນເສັ້ນທາງຄຳແຫ່ງການຈໍລະຈອນສິນຄ້າສາກົນທີ່ເຊື່ອມຕໍ່ພາຍໃນກັບຕ່າງປະເທດ, ສົ່ງຜົນສະທ້ອນໄປສູ່ບໍລິເວນອ້ອມຂ້າງ, ຊ່ວຍຊູຍູ້ໜູນກັນ, ປອດໄພ ແລະ ມີປະສິດທິພາບສູງ.