ເທດສະການສັບປະດາຮູບເງົາຈີນຂອງສະຖາບັນຂົງຈື ມຊ ໄດ້ຮັບຄວາມນິຍົມຊົມຊອບຈາກຄູອາຈານແລະນັກສຶກສາ

2023-10-05 14:39:03 CRI

   ເທດສະການສັບປະດາຮູບເງົາຈີນຄັ້ງທີ 11 ຂອງສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວໄດ້ອັດລົງໃນວັນທີ 4 ຕຸລານີ້. ເທດສະການດັ່ງກ່າວໄດ້ສາຍຮູບເງົາເຄື່ອນທີ່ຢູ່ 6 ຈຸດເຊັ່ນ: ສະຖາບັນຂົງຈື ມຊ ເປັນຕົ້ນ ໂດຍໄດ້ຮັບຄວາມນິຍົມຊົມຊອບຈາກຄູອາຈານ ແລະ ນັກສຶກສາ.


   ບັນດາຄູອາຈານ ແລະ ນັກສຶກສາລາວທີ່ໄດ້ຊົມຮູບເງົາໃຫ້ຮູ້ວ່າ: ຜ່ານການຊົມຮູບເງົາຈີນໃນຄັ້ງນີ້, ບໍ່ພຽງແຕ່ໄດ້ຮຽນຮູ້ພາສາຈີນເທົ່ານັ້ນ, ແຕ່ຍັງໄດ້ເພີ່ມຄວາມຮັບຮູ້ແລະເຂົ້າໃຈຕໍ່ຈີນກໍຄືວັດທະນະທໍາຈີນຕື່ມອີກ. ພວກນັກສຶກສາຢືນຢັນວ່າ: ຈະຕັ້ງໃຈຮໍ່າຮຽນພາສາຈີນໃຫ້ດີເພື່ອກາຍເປັນທູດແຫ່ງມິດຕະພາບລາວ-ຈີນໃນອະນາຄົດ.


   ທ່ານ ໂຫຼໝິງ ຜູ້ອໍານວຍການສະຖາບັນຂົງຈື ມຊ ຝ່າຍຈີນກ່າວວ່າ: ຮູບເງົາໄດ້ສ້າງຂົວຕໍ່ແຫ່ງມິດຕະພາບ, ເຮັດໃຫ້ຜູ້ຄົນທີ່ມີວັດທະນະທໍາທີ່ແຕກຕ່າງກັນສາມາດເຂົ້າໃຈ ແລະ ຊື່ນຊົມເຊິ່ງກັນແລະກັນໄດ້. ເທດສະການສາຍຮູບເງົາເຄື່ອນທີ່ໃນຄັ້ງນີ້ໄດ້ເຜີຍແຜ່ວັດທະນະທໍາຈີນ, ພ້ອມທັງໄດ້ເພີ່ມແຮງຂັບເຄື່ອນໃນການຮຽນຮູ້ພາສາຈີນ ກໍຄືເຂົ້າໃຈວັດທະນະທໍາຈີນໃຫ້ແກ່ນັກສຶກສາທັງຫຼາຍ.