ນາຍົກໄທປະກາດຈະນຳໃຊ້ມາດຕະການລັກສະນະປ້ອງກັນເຊັ່ນ:ຄວບຄຸມອາວຸດປືນເປັນຕົ້ນ

2023-10-05 10:35:58 cri



ພາຍຫຼັງເກີດເຫດການຍິງກັນຢູ່ສູນການຄ້າສະຫຍາມພາຣາກອນໃຈກາງນະຄອນຫຼວງບາງກອກປະເທດໄທແລ້ວ, ທ່ານ ເສດຖາ ທະວີສິນ  ນາຍົກລັດຖະມົນຕີໄທໄດ້ປະກາດໃນວັນທີ4ຕຸລານີ້ຢູ່ສູນການຄ້າທີ່ເກີດເຫດວ່າ: ລັດຖະບານໄທຈະນຳໃຊ້ມາດຕະການລັກສະນະປ້ອງກັນເຊັ່ນ: ຄວບຄຸມອາວຸດປືນເປັນຕົ້ນ ເພື່ອຫຼີກເວັ້ນບໍ່ໃຫ້ເກີດເຫດການລັກສະນະນີ້ຂຶ້ນອີກ, ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມໄວ້ອາໄລເຖິງຜູ້ເສຍຊີວິດຈາກເຫດການຍິງກັນຄັ້ງນີ້ອີກດ້ວຍ.

ວັນທີ4ຕຸລານີ້, ກະຊວງການຕ່າງປະເທດ, ອົງການທ່ອງທ່ຽວແຫ່ງຊາດແລະກົມໃຫຍ່ຕຳຫຼວດແຫ່ງຊາດໄທໄດ້ຈັດກອງປະຊຸມຖະແຫຼງຂ່າວຮ່ວມໂດຍຢືນຢັນຈະເພີ່ມທະວີມາດຕະການປ້ອງກັນຄວາມປອດໄພຢູ່ສະຖານທີ່ສາທາລະນະແລະສະຖານທີ່ທ່ອງທ່ຽວຕ່າງໆ, ດຳເນີນການຝຶກອົບຮົມພະນັກງານປ້ອງກັນຄວາມປອດໄພ, ໃຫ້ການບໍລິການດ້ານສຸຂະພາບຈິດແກ່ມວນຊົນ, ດຳເນີນການສຳຫຼວດພິຈາລະນາກົດລະບຽບທີ່ກ່ຽວຂ້ອງເຊັ່ນ: ການຈຳໜ່າຍອາວຸດປືນແລະອື່ນໆ.

ນອກນີ້, ອົງການທ່ອງທ່ຽວແຫ່ງຊາດ ແລະພາກສ່ວນອື່ນໆຂອງໄທຍັງຈະນຳໃຊ້ມາດຕະການຫຼາຍຢ່າງເພື່ອຟື້ນຟູຄວາມໝັ້ນໃຈຂອງມວນຊົນໄທກໍຄືນັກທ່ອງທ່ຽວຕ່າງປະເທດທີ່ມີຕໍ່ຂະແໜງການທ່ອງທ່ຽວປະເທດໄທ.