ນະຄອນຮາງໂຈວ່ຈໍາລອງແບບດີຈີຕອນໃນເກມອິນເຕີເນັດ

2023-10-06 18:32:05 CRI

    ນະຄອນຮາງໂຈວ່ແມ່ນຕົວເມືອງຊື່ດັງທີ່ມີປະຫວັດສາດຍາວນານ ແລະ ເຕັມໄປດ້ວຍວັດທະນະທໍາທີ່ເປັນມູນເຊື້ອ, ການອະນຸລັກບູຊະນີຍະສະຖານໄດ້ກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງສັງຄົມໃນຮາງໂຈວ່. ທ່ານ ຈ່າງຊ່າວ ແມ່ນຊາວນະຄອນຮາງໂຈວ່ ແລະຮຽນຈົບຈາກພາກວິຊາການອອກແບບ, ລາວໄດ້ຮ່ວມງານກັບຫຼາຍຂົງເຂດ. ໜຶ່ງໃນຄວາມມັກຮັກທີ່ໃຫຍ່ທີ່ສຸດຂອງລາວ ແມ່ນຈໍາລອງໂສມໜ້າຕົວເມືອງໃນເກມອິນເຕີເນັດ. ລາວໄດ້ສ້າງຕົວເມືອງຮາງໂຈວ່ຈໍາລອງຜ່ານເຕັກນິກດີຈີຕອນ, ໂດຍໄດ້ສະແດງໃຫ້ເຫັນເຖິງໂສມໜ້ານະຄອນຮາງໂຈວ່ໃຫ້ດີກວ່າເກົ່າດ້ວຍຮູບແບບທີ່ຕ່າງກັນ.

#ງານກິລາເອຊຽນເກມຄັ້ງທີ 19 ຮາງໂຈ່ວ#