ເມືອງບູຮານຮີວາ

2023-10-06 18:32:12 CRI

 

    ໃນ 10 ປີທີ່ຜ່ານມາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມອຸສເບກິດສະຖານ 3 ເທື່ອ, ເມືອງບູຮານຮີວາທີ່ມີປະຊາກອນພຽງແຕ່ 2.000 ກວ່າຄົນແຫ່ງນີ້, ເພິ່ນໄດ້ເອົາໃຈໃສ່ຕິດຕາມເປັນພິເສດມາໂດຍຕະຫຼອດມາ. ຢູ່ເບື້ອງຫຼັງຂອງຂວັນແຫ່ງຊາດ, ເປັນເລື່ອງລາວທີ່ປະມຸກລັດຊຸກຍູ້ການແລກປ່ຽນອະລິຍະທຳລະຫວ່າງຈີນ-ອຸສເບກິດສະຖານ.


    ປີ 2014, ທິມງານບູລະນະອະນຸລັກເມືອງບູຮານຮີວາໄດ້ໄປຈັດຕັ້ງປະຕິບັດໂຄງການທີ່ທ່ານປະທານສີຈິ້ນຜິງ ແລະ ປະທານາທິບໍດີອຸສເບກິດສະຖານຕົກລົງກັນໂດຍໄປຮອດທຸກບ່ອນຂອງເມືອງບູຮານຮີວາແລະໄດ້ສຳຫຼວດຢ່າງລະອຽດຕໍ່ບັນຫາທີ່ເກີດຂຶ້ນກັບວັດຖຸບູຮານ.


    ເມື່ອນັກທ່ອງທ່ຽວຈາກແຫ່ງຕ່າງໆໃນທົ່ວໂລກມາທ່ຽວຢູ່ໃນເມືອງບູຮານອາຊີກາງທີ່ງາມປານນະວະນິຍາຍແບບຕິດໃຈຈົນບໍ່ຢາກເມື່ອ, ຮີວາທີ່ຕັ້ງຢູ່ເສັ້ນທາງສາຍໄໝເຄີຍມີຄວາມຈະເລີນຮຸ່ງເຮືອງມາເປັນເວລາພັນປີໄດ້ນຳເອົາກຽດສະຫງ່າແລະຄວາມຫວັງມາສູ່ຜູ້ຄົນຢູ່ທີ່ແຫ່ງນີ້ອີກຄັ້ງໜຶ່ງ.