ສິງກະໂປຕ້ອນຮັບນັກທ່ອງທ່ຽວຈີນຫຼາຍຂຶ້ນ

2023-10-07 16:40:04 cri

ໃນໄລຍະພັກບຸນໄຫວພະຈັນ ແລະວັນຊາດຈີນປີນີ້, ສິງກະໂປໄດ້ຕ້ອນຮັບນັກທ່ອງທ່ຽວຈີນຫຼາຍຂຶ້ນ. ໃນດ້ານວິທີການທ່ອງທ່ຽວ, ນັກທ່ອງທ່ຽວຈີນມັກທ່ຽວເປັນກຸ່ມນ້ອຍ ຫຼືການທ່ອງທ່ຽວແບບເສລີ.

 

ບຸກຄົນໃນວົງການທ່ອງທ່ຽວສິງກະໂປໄດ້ແຈ້ງໃຫ້ຮູ້ວ່າ: ການບໍລິໂພກຂອງນັກທ່ອງທ່ຽວຈີນໃນການຊື້ເຄື່ອງ, ການເຊົ່າລົດ, ປີ້, ການກິນ ແລະອື່ນໆຈະຊ່ວຍຊຸກຍູ້ການພັດທະນາການທ່ອງທ່ຽວຂອງສິງກະໂປ.

 

ກົມການທ່ອງທ່ຽວສິງກະໂປໄດ້ເປີດເຜີຍຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ນັບແຕ່ເດືອນກໍລະກົດຫາເດືອນສິງຫາປີນີ້, ນັກທ່ອງທ່ຽວຈີນກວມອັດຕາສ່ວນສູງສຸດຂອງນັກທ່ອງທ່ຽວທີ່ເຂົ້າທ່ຽວສິງກະໂປ. ໃນປີ 2019, ມີນັກທ່ອງທ່ຽວຈີນເຂົ້າທ່ຽວສິງກະໂປເກືອບ 3,63 ລ້ານເທື່ອຄົນ ເຊິ່ງເປັນແຫຼ່ງນັກທ່ອງທ່ຽວໃຫຍ່ທີ່ສຸດຂອງສິງກະໂປ.