ລົດໄຟທີ່ແລ່ນຜ່ານທົ່ງຫຍ້າປາມປາສ

2023-10-08 23:25:18 cri

    ປະເທດອາກຊັງຕິນຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງທະວີບອາເມຣິກາໃຕ້, ແມ່ນໜຶ່ງໃນປະເທດທີ່ຫ່າງຈາກຈີນໄກທີ່ສຸດ.

    ເດືອນກໍລະກົດ 2023, ຂະບວນລົດໄຟຂະບວນໜຶ່ງໄດ້ແລ່ນຕາມເສັ້ນທາງລົດໄຟຂົນສົ່ງສິນຄ້າເບນກຣາໂນຂອງອາກຊັງຕິນ ໂດຍໄດ້ຂົນສົ່ງຜະລິດຕະພັນກະສິກຳຂອງອາກຊັງຕິນໄປສູ່ທ່າກຳປັ່ນ ແລ້ວຈຳໜ່າຍໄປສູ່ແຫ່ງຕ່າງໆໃນໂລກ. ຫຼາຍຄົນກໍບໍ່ຮູ້ວ່າ ເຄື່ອງຈັກ, ລາງລົດໄຟ ແລະ ໝອນຮອງລາງຂອງທາງລົດໄຟເສັ້ນນີ້ ລ້ວນແຕ່ແມ່ນມາຈາກປະເທດຈີນທີ່ຫ່າງໄກກັນເຖິງ 2 ໝື່ນກິໂລແມັດ. ການປັບປຸງເສັ້ນທາງລົດໄຟເສັ້ນນີ້ໄດ້ຊ່ວຍໃຫ້ອາກຊັງຕິນທີ່ຖືກຂະໜາມນາມວ່າ “ສາງສະບຽງອາຫານໂລກ” ໄດ້ມີເສັ້ນທາງຂົນສົ່ງອັນສຳຄັນ ທັງໄດ້ເຮັດໃຫ້ສອງປະເທດທີ່ຢູ່ສອງຂົ້ວຂອງໂລກບໍ່ຫ່າງໄກກັນອີກ.

    ຄຳບູຮານຈີນກ່າວວ່າ: ຜູ່ຮ່ວມຈິດໃຈບໍ່ຖືວ່າ ພູຜາແມ່ນ້ຳແມ່ນໄລຍະຫ່າງກັນໄກ. ສຸພາສິດອາເມຣິກາລາຕິນເວົ້າວ່າ: “ໝູ່ເພື່ອນແທ້ຈິງສາມາດຕິດຕໍ່ດວງໃຈຂອງເຈົ້າ ຈາກອີກຂົ້ວໜຶ່ງຂອງໂລກ”. 

    ມິດຕະພາບທີ່ຂ້າມພູເຂົາຂ້າມທະເລຈະສາມາດເຕົ້າໂຮມກຳລັງເພື່ອຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງບໍ່ຢຸດຢັ້ງ