ນັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດຊ່ວຍຊຸກຍູ້ໃຫ້ປະຊາຊົນມາເລເຊຍແລະຈີນປະສານຈິດໃຈເຊິ່ງກັນແລະກັນ

2023-10-08 14:44:11 CRI

     ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ,ທ່ານການທຽນໂລ ຮອງຫົວໜ້າສະມາຄົມປະຊາສຳພັນມາເລເຊຍ-ຈີນກ່າວວ່າ, ນັກທ່ອງທ່ຽວຈີນມາຢ້ຽມຢາມມາເລເຊຍ, ບໍ່ພຽງແຕ່ມີຜົນດີໃຫ້ແກ່ການຊຸກຍູ້ເສດຖະກິດທ້ອງຖິ່ນໃຫ້ພັດທະນາເທົ່ານັ້ນ, ຫາກຍັງເປັນຜົນແກ່ການຊຸກຍູ້ການແລກປ່ຽນດ້ານວັດທະນະທຳລະຫວ່າງມາເລເຊຍ ກັບ ຈີນ ແລະ ຊຸກຍູ້ການປະສານຈິດໃຈລະຫວ່າງປະຊາຊົນມາເລເຊຍ-ຈີນ.

 

     ທ່ານການທຽນໂລກ່າວວ່າ, ນັກທຸລະກິດມາເລເຊຍບອກວ່າ, ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນປີນີ້, ນັກທ່ອງທ່ຽວຈີນຈຳນວນຫຼາຍໄດ້ມາທ່ຽວຢູ່ມາລັກກາ. ຫຼັງຈາກການລະບາດຂອງພະຍາດໂຄວິດ-19 ແລ້ວ, ຈຳນວນນັກທ່ອງທ່ຽວທີ່ມາທ່ຽວມາລັກຄານັບມື້ນັບຫຼາຍຂຶ້ນ, ມາລັກກາຈະອອກແຮງໂຄສະນາຊັບພະຍາກອນການທ່ອງທ່ຽວທີ່ກ່ຽວພັນເຖິງວັດທະນະທຳຈີນຢ່າງໃກ້ຊິດ ເພື່ອດຶງດູດນັກທ່ອງທ່ຽວຈີນມາຮັບຮູ້ ແລະ ສຳຜັດໂຄງການວັດທະນະທຳ ແລະ ການທ່ອງທ່ຽວພິເສດເຫຼົ່ານີ້ຂອງມາເລເຊຍ.



    ທ່ານຍັງກ່າວຕື່ມອີກວ່າ, ມາເລເຊຍຍັງຈະຊຸກຍູ້ໂຄງການທ່ອງທ່ຽວໃນດ້ານຕ່າງໆ ເຊັ່ນ: ວັດທະນະທຳ, ການປິ່ນປົວພະຍາດ, ສິ່ງແວດລ້ອມທຳມະຊາດ ແລະ ກິລາເປັນຕົ້ນ, ພັດທະນາຊັບພະຍາກອນການທ່ອງທ່ຽວໃໝ່ໂດຍແນໃສ່ຄວາມຕ້ອງການຂອງນັກທ່ອງທ່ຽວປະເທດຕ່າງໆ.