ນະຄອນຫຼວງຮ່າໂນ້ຍຫວຽດນາມຈັດການຊ່ວງເຮືອເພື່ອສະເຫຼີມສະຫຼອງນະຄອນຫຼວງວັນແຫ່ງການປົດປ່ອຍຄົບຮອບ 69 ປີ

2023-10-08 15:30:43 cri

 

    ວັນທີ 10 ຕຸລາ 1954, ກອງທັບຫວຽດນາມໄດ້ເອົາຊະນະພວກລ່າເມືອງຂຶ້ນຝຣັ່ງ, ນະຄອນຫຼວງຮ່າໂນ້ຍໄດ້ຮັບການປົດປ່ອຍ. ຫວ່າງມໍ່ໆມານີ້, ເພື່ອສະເຫຼີມສະຫຼອງ 69 ປີແຫ່ງການປົດປ່ອຍ, ນະຄອນຫຼວງຮ່າໂນ້ຍໄດ້ຈັດການຊ່ວງເຮືອ ໂດຍໄດ້ດຶງດູດປະຊາຊົນຈຳນວນຫຼວງຫຼາຍເຂົ້າຊົມ.

    ໃນມື້ຈັດການແຂ່ງຂັນ, ມີທີມນະຄອນຫຼວງຮ່າໂນ້ຍ 23 ທີມ, ທີມມາຈາກຕ່າງແຂວງ 8 ທີມ ແລະ ອີກ 8 ທີມມາຈາກສະຖານທູດປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ ເຊິ່ງມີປະຊາຊົນຫຼາຍພັນຄົນເຂົ້າຊົມ.  ປະຊາຊົນທີ່ພັກອາໄສຢູ່ມໍ່ກັບສະຖານທີ່ຈັດການແຂ່ງຂັນເວົ້າວ່າ: ຕົນເອງໄດ້ເຂົ້າຊົມການຊ່ວງເຮືອທຸກໆປີ, ເຂດຕ່າງໆຂອງນະຄອນຫຼວງຮ່າໂນ້ຍຍັງໄດ້ຈັດການຊ່ວງເຮືອຂະໜາດນ້ອຍດ້ວຍຄວາມສະໝັກໃຈ.