ສັບປະດາວາງສະແດງຜະລິດຕະພັນພາບ, ສຽງ ແລະ ວິດີໂອຈີນ-ອາຊຽນຈັດຂຶ້ນຢູ່ປະເທດສະມາຊິກອາຊຽນເປັນຄັ້ງທຳອິດ

2023-10-09 10:43:10 cri

ວັນທີ 8 ຕຸລານີ້, ຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ, ທ່ານນາງແຢ້ນນີ ຮອງຫົວໜ້າກອງເລຂາຈັດສັບປະດາວາງສະແດງຜະລິດຕະພັນພາບ, ສຽງ ແລະ ວິດີໂອຈີນ-ອາຊຽນຄັ້ງທີ 5, ຮອງຫົວໜ້າກົມຮ່ວມມືສາກົນອົງການວິທະຍຸໂທລະພາບແຫ່ງຊາດຈີນ ກ່າວວ່າ: ສັບປະດາວາງສະແດງຜະລິດຕະພັນພາບ, ສຽງ ແລະ ວິດີໂອຈີນ-ອາຊຽນຄັ້ງທີ 5 ຈະຈັດຂຶ້ນຢູ່ນະຄອນປູຕຣາຈາຢາປະເທດມາເລເຊຍໃນວັນທີ 21 ຕຸລານີ້ ເຊິ່ງແມ່ນສັບປະດາວາງສະແດງດັ່ງກ່າວຈັດຂຶ້ນຢູ່ປະເທດສະມາຊິກອາຊຽນຜ່ານທາງອັອຟລາຍເປັນຄັ້ງທຳອິດ.


ສັບປະດາວາງສະແດງດັ່ງກ່າວຈະຈັດຂຶ້ນລະຫວ່າງວັນທີ 21 ຫາ 27 ຕຸລານີ້.