ສະພາບເສດຖະກິດທີ່ຄຶກຄື້ນໃນໄລຍະພັກວຽກຂອງຈີນເຮັດໃຫ້ການຄາດຈະເນກ່ຽວກັບການເຕີບໂຕຂອງເສດຖະກິດຈີນຈຸດຊຸດໂຊມລົງກາຍເປັນຄຳເວົ້າເປົ່າຫວ່າງເທົ່ານັ້ນ

2023-10-09 15:44:17 cri

ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນປີນີ້, ຈຳນວນຜູ້ເດີນທາງທ່ອງທ່ຽວພາຍໃນປະເທດຈີນມີເຖິງ 826 ລ້ານເທື່ອຄົນ, ໄດ້ເພີ່ມຂຶ້ນ 71,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໄດ້ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ລາຍຮັບການທ່ອງທ່ຽວພາຍໃນປະເທດຈີນມີເຖິງ 753,43 ຕື້ຢວນ, ໄດ້ເພີ່ມຂຶ້ນ 129,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ແລະໄດ້ເພີ່ມຂຶ້ນ 1,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນສັບປະດາຄຳທີ່ເປັນເວລາ 8 ວັນຂອງປີນີ້, ຕະຫຼາດບໍລິໂພກຂອງຈີນໄດ້ສະແດງໃຫ້ເຫັນສະພາບທີ່ຄຶກຄື້ນ. ເວັບໄຊຂອງໜັງສືພິມ Frankfurter Allgemeine Zeitung ຂອງເຢຍລະມັນລະບຸວ່າ, ຄວາມຄຶກຄື້ນດ້ານການທ່ອງທ່ຽວສາມາດຖືວ່າເປັນຂີດໝາຍທີ່ເສດຖະກິດຈີນຟື້ນຟູຄືນໃໝ່.

ສຳລັບປະຊາຊົນຈີນແລ້ວ, ວັນຊາດແມ່ນໜຶ່ງໃນບຸນສຳຄັນທີ່ສຸດຂອງປີ. ຄົນທັງຫຼາຍມັກອອກເດີນທາງໄປທ່ອງທ່ຽວ ແລະ ຊື້ເຄື່ອງຂອງໃນໄລຍະພັກດັ່ງກ່າວ. ມີນັກວິເຄາະເຫັນວ່າ: ສາເຫດທີ່ຕະຫຼາດບໍລິໂພກຈີນສະແດງໃຫ້ເຫັນຄວາມມີຊີວິດຊີວາຢ່າງໃຫຍ່ຫຼວງໃນໄລຍະພັກວຽກເທື່ອນີ້, ໜຶ່ງແມ່ນຄວາມຕ້ອງການດ້ານການທ່ອງທ່ຽວ ແລະ ການຊື້ເຄື່ອງຂອງທີ່ຖືກຈຳກັດຍ້ອນການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຖືກປ່ອຍອອກຢ່າງເຕັມທີ່, ອີກດ້ານໜຶ່ງແມ່ນຍ້ອນອົງການປົກຄອງທ້ອງຖິ່ນຈີນທຸກຂັ້ນໄດ້ປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ, ຕັ້ງໜ້າຟື້ນຟູ ແລະ ກະຕຸ້ນບໍລິໂພກ, ເຮັດໃຫ້ຄວາມຕ້ອງການດ້ານບໍລິໂພກຂອງສັງຄົມຈີນໄດ້ເພີ່ມຂຶ້ນ.

ພ້ອມກັນນັ້ນ, ການຄົມມະນາຄົມທີ່ມີຄຸນນະພາບສູງໄດ້ເພີ່ມພະລັງແຮງໃໝ່ໃຫ້ແກ່ທັນສະໄໝຂອງປະເທດຈີນ. ອີງຕາມຕົວເລກສະຖິຕິ, ໃນໄລຍະບຸນໄຫວ້ພະຈັນ ແລະ ວັນຊາດຈີນປີນີ້, ຈຳນວນຂົນສົ່ງຜູ້ໂດຍສານທາງລົດໄຟ, ທາງຫຼວງ, ທາງນ້ຳ ແລະ ທາງອາກາດຂອງທົ່ວປະເທດຈີນຈະບັນລຸເຖິງ 2,05 ຕື້ເທື່ອຄົນ, ໄດ້ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະທີ່ບໍ່ທັນເກີດການແພ່ລະບາດຂອງພະຍາດໂຄວິດ-19 ເມື່ອປີ 2019.

ນອກຈາກຈຳນວນຜູ້ອອກເດີນທາງເພີ່ມຂຶ້ນຢ່າງຫຼວງຫຼາຍໃນສັບປະດາຄຳປີນີ້ແລ້ວ, ນັບແຕ່ປີນີ້ເປັນຕົ້ນມາ, ນະໂຍບາຍ ແລະ ມາດຕະການຕ່າງໆທີ່ລັດຖະບານຈີນປະຕິບັດເພື່ອຊຸກຍູ້ໃຫ້ເສດຖະກິດຈີນເຕີບໂຕຢ່າງໝັ້ນທ່ຽງກໍໄດ້ຮັບໝາກຜົນ, ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໄດ້ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເປັນແຖວໜ້າໃນກຸ່ມເສດຖະກິດຕົ້ນຕໍໃນໂລກ. ໃນ 8 ເດືອນຕົ້ນປີນີ້, ມູນຄ່າເພີ່ມຂອງວິສາຫະກິດອຸດສາຫະກຳທີ່ມີລາຍຮັບທຸລະກິດຫຼັກບັນລຸຫຼາຍກວ່າ 20 ລ້ານຢວນໄດ້ເພີ່ມຂຶ້ນ 3,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຍອດມູນຄ່າຂາຍຍ່ອຍຂອງເຄື່ອງບໍລິໂພກເພີ່ມຂຶ້ນ 7%; ດັດຊະນີຜູ້ຈັດການຝ່າຍຈັດຊື້ ຫຼື PMI ຂອງຈີນຈາກ 49,7 ໃນເດືອນສິງຫາເພີ່ມຂຶ້ນເປັນ 50,2 ໃນເດືອນກັນຍາ, ນີ້ແມ່ນການເພີ່ມຂຶ້ນຮອດລະດັບທີ່ສະແດງເຖິງພາວະເສດຖະກິດຂະຫຍາຍຕົວເຂັ້ມແຂວງເປັນຄັ້ງທຳອິດຂອງດັດຊະນີດັ່ງກ່າວນັບແຕ່ເດືອນມີນາປີນີ້ເປັນຕົ້ນມາ. ໂຄສົກອົງການກອງທຶນເງິນຕາສາກົນ ຫຼື IMF ເປີດເຜີຍໃນຫວ່າງມໍ່ໆມານີ້ວ່າ, ໄດ້ເຫັນສັນຍານຄວາມໝັ້ນຄົງຂອງເສດຖະກິດຈາກຕົວເລກສະຖິຕິຫຼ້າສຸດ, ຈີນຈະສາມາດບັນລຸເປົ້າໝາຍການເຕີບໂຕໃນປີນີ້.

ເຖິງວ່າເສດຖະກິດຈີນໄດ້ຜະເຊີນກັບຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ, ປະເທດຕາເວັນຕົກເຊັ່ນອາເມຣິກາ ແລະ ປະເທດອື່ນໆກໍປັ້ນຂ່າວອັນທີ່ເອີ້ນວ່າ: “ເສດຖະກິດຈີນຈະພັງທະລາຍລົງ” ຕັ້ງແຕ່ເດືອນທັນວາປີກາຍນີ້ເປັນຕົ້ນມາ, ແຕ່ວ່າຄວາມຄຶກຄື້ນດ້ານການທ່ອງທ່ຽວ, ການອອກເດີນທາງ ແລະ ການບໍລິໂພກຂອງປະຊາຊົນຈີນໃນໄລຍະພັກ, ບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວທີ່ຄຶກຄັກ ແລະ ກຳລັງບົ່ມຊ້ອນອັນມະຫາສານຂອງຕະຫຼາດຈີນ, ທັງໄດ້ສະແດງໃຫ້ເຫັນເຖິງພະລັງແຮງດ້ານຄວາມຕ້ອງການພາຍໃນຂອງເສດຖະກິດຈີນ. ພາຍໃຕ້ສະພາບການທີ່ເສດຖະກິດໂລກເຕີບໂຕຢ່າງຊັກຊ້າ, ແຕ່ປະເທດຈີນກໍຍັງແມ່ນຫົວຈັກຫຼັກແຫຼ່ງທີ່ຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕ, ຄຳທຳນາຍກ່ຽວກັບການເຕີບໂຕຂອງເສດຖະກິດຈີນຈະຊຸດໂຊມລົງລ້ວນແຕ່ແມ່ນທິດສະດີນ້ຳເຕົ້າເປົ່າເທົ່ານັ້ນ.