ນັກກິລາແລ່ນທົນ “ຂັນມິດຕະພາບຈີນ-ກຳປູເຈຍ”ສຳຜັດກັບສະໜາມບິນສາກົນອັງກໍຊຽມຣຽບເປັນຄັ້ງທຳອິດ

2023-10-09 10:43:52 cri

ວັນທີ 8 ຕຸລານີ້, ງານແຂ່ງຂັນແລ່ນທົນ “ຂັນມິດຕະພາບຈີນ-ກຳປູເຈຍ” ໄດ້ຈັດຂຶ້ນຢູ່ທາງຫຼວງສະເພາະຂອງສະໜາມບິນສາກົນອັງກໍທີ່ຊຽມຣຽບຂອງກຳປູເຈຍ.

ງານແຂ່ງຂັນດັ່ງກ່າວແມ່ນຈັດໂດຍສະມາຄົມການທ່ອງທ່ຽວແຫ່ງຊາດກຳປູເຈຍ ແລະ ສະພາການຄ້າຈີນທີ່ກຳປູເຈຍ ພ້ອມທັງໄດ້ຮັບການສະໜັບສະໜູນຈາກອົງການປົກຄອງແຂວງຊຽມຣຽບຂອງກຳປູເຈຍ. ຝ່າຍຈັດງານແຂ່ງຂັນດັ່ງກ່າວກ່າວວ່າ: ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອສະເຫຼີມສະຫຼອງຈີນ ແລະ ກຳປູເຈຍສ້າງສາຍພົວພັນທາງການທູດຄົບຮອບ  65 ປີ, ການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງຄົບຮອບ 10 ປີ” ແລະ ສະໜາມບິນສາກົນອັງກໍຊຽມຣຽບຈະເປີດນຳໃຊ້ໃນໄວໆນີ້.

ງານແຂ່ງຂັນຄັ້ງນີ້ໄດ້ຖືເອົາທາງຫຼວງສະເພາະຂອງສະໜາມບິນສາກົນອັງກໍຊຽມຣຽບເປັນທາງແລ່ນ. ນັກກິລາທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນຈຳນວນ 869 ຄົນ ພ້ອມດ້ວຍຜູ້ຊົມການແຂ່ງຂັນ ໄດ້ສຳຜັດກັບສະໜາມບິນສາກົນອັງກໍຊຽມຣຽບຢ່າງໃກ້ຊິດເປັນຄັ້ງທຳອິດ. ແຂກຜູ້ມີກຽດຫວັງວ່າ: ພາຍຫຼັງສະໜາມບິນດັ່ງກ່າວເປີດນຳໃຊ້ແລ້ວ ຈະສາມາດດຶງດູດນັກທ່ອງທ່ຽວມາທ່ຽວກຳປູເຈຍໃຫ້ໄດ້ຫຼາຍກວ່າເກົ່າ.