“ໜຶ່ງແລວໜຶ່ງເສັ້ນທາງ” ນໍາເອົາໂອກາດການພັດທະນາໃໝ່ມາໃຫ້ກັບຂ້ອຍ

2023-10-11 09:59:00 CRI


    ກ່ອນທ້າວ ມູຮາມັດ ວາຊິມ ອາຊິມ ຊາວໜຸ່ມປາກິດສະຖານ ມາຈີນ, ທ້າວບໍ່ເຄີຍຄາດຄິດວ່າຈະມີໂອກາດຂຽນຈົດໝາຍສົ່ງໄປເຖິງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ແລະເພິ່ນໄດ້ສົ່ງຈົດໝາຍຕອບຄືນນໍາອີກ. ເມື່ອໄດ້ຮັບຈົດໝາຍຕອບຄືນຈາກເພິ່ນ, ທ້າວ ມູຮາມັດ ວາຊິມ ອາຊິມຮູ້ສຶກພາກພູມໃຈຫຼາຍ, ເພາະວ່ານີ້ໄດ້ສະແດງໃຫ້ເຫັນວ່າ ເພິ່ນມີຄວາມໄວ້ເນື້ອເຊື່ອໃຈ ແລະ ສົ່ງກຳລັງໃຈໃຫ້ແກ່ຊາວໜຸ່ມສາກົນ.