ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ບໍລິສັດຊີໂນເພັກສາຂາຈິວຈ່ຽງທີ່ແຂວງຈ່ຽງຊີ່

2023-10-11 15:51:16 CRI


ຕອນບ່າຍວັນທີ 10 ຕຸລານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາບໍລິສັດຊີໂນເພັກສາຂາຈິວຈ່ຽງຢູ່ນະຄອນຈິວຈ່ຽງແຂວງຈ່ຽງຊີ່ຈີນ, ເພື່ອຮັບຮູ້ສະພາບການທີ່ວິສາຫະກິດອຸດສາຫະກຳເຄມີ ແລະ ນ້ຳມັນເຊື້ອໄຟ ຍົກລະດັບ ຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວ, ແລະອື່ນໆ.



ໃນຊຸມປີມໍ່ໆຜ່ານມານີ້, ບໍລິສັດດັ່ງກ່າວໄດ້ອອກແຮງຊຸກຍູ້ການປະຢັດພະລັງງານ, ຫຼຸດການລະບາຍກາກບອນດີອົກຊິດ, ແລະຫຼຸດການລະບາຍມົນລະພິດ, ຕັ້ງໜ້າຄົ້ນຄວ້າການຄຸ້ມຄອງແບບດີຈີຕອນ, ເຊື່ອມໂຍງເຂົ້າກັບອິນເຕີເນັດ ແລະ ແບບອັດສະລິຍະ, ເລັ່ງລັດຊຸກຍູ້ການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວ ແລະ ກາກບອນຕ່ຳ. ເຄີຍໄດ້ຮັບການປະກາດເປັນໂຮງງານສີຂຽວຊຸດທຳອິດຂອງຊາດ, ວິສາຫະກິດແບບຢ່າງທີ່ເປັນຈຸດທົດລອງການຜະລິດແບບອັດສະລິຍະຂອງຊາດ.