ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຮັດໃຫ້ຈີນ ແລະ ລາວກ້າວໄປສູ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງໃນຂະບວນການຮ່ວມມື

2023-10-11 15:43:39 cri

ວັນທີ 10 ຕຸລາ 2023, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ເຜີຍແຜ່ປຶ້ມປົກຂາວ “ການຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ: ພຶດຕິກຳສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”. ໃນໄລຍະ 10 ປີຜ່ານມາ, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງຝ່າຍຕ່າງໆ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈາກຂໍ້ລິເລີ່ມກ້າວໄປສູ່ພຶດຕິກຳສາກົນ, ຈາກທັດສະນະປ່ຽນເປັນການເຄື່ອນໄຫວ, ຈາກວິໄສທັດປ່ຽນເປັນຄວາມຈິງ, ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ໄດ້ຮັບຄວາມນິຍົມຫຼາຍ ແລະ ເວທີຮ່ວມມືສາກົນ. ສຳລັບປະເທດຈີນ ແລະ ປະເທດລາວແລ້ວ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ສອດຄ່ອງກັບຍຸດທະສາດພັດທະນາຂອງປະເທດລາວທີ່ “ປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ” ໃນລະດັບສູງ; ໃນໄລຍະ 10 ປີຜ່ານມາ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຮັດໃຫ້ສອງປະເທດຈີນ-ລາວກ້າວໄປສູ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງໃນຂະບວນການຮ່ວມມື.

ພາຍໃຕ້ຂອບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟລາວ-ຈີນທີ່ເປີດນຳໃຊ້ໃນເດືອນທັນວາ 2021, ດ້ານການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານໄດ້ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບຄືກັນ, ທັງຊຸກຍູ້ໃຫ້ການຈໍລະຈອນສິນຄ້າພາຍໃນປະເທດຈີນ ແລະ ສາກົນສະດວກກວ່າເກົ່າ. ນັບມາຮອດຕົ້ນເດືອນກັນຍາປີນີ້, ທາງລົດໄຟລາວ-ຈີນລວມການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 20,9 ລ້ານເທື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 25,36 ລ້ານໂຕນ. ໂດຍອາໄສທາງລົດໄຟລາວ-ຈີນ, ການຂົນສົ່ງສິນຄ້າດ້ວຍທາງລົດໄຟລະຫວ່າງສອງປະເທດໄດ້ກວມເອົາຫຼາຍປະເທດ ແລະ ເຂດແຄວ້ນເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະອື່ນໆ. ທາງລົດໄຟລາວ-ຈີນກໍໄດ້ເຮັດໃຫ້ປະເທດລາວກາຍເປັນ “ປະເທດເຊື່ອມໂຍງເຊື່ອມຈອດ” ຢ່າງແທ້ຈິງ.

ນັບມາຮອດທ້າຍເດືອນມີນາ 2023, ເຂດພັດທະນາສັງລວມໄຊເສດຖານະຄອນຫຼວງວຽງຈັນທີ່ກຸ່ມບໍລິສັດການກໍ່ສ້າງ ແລະ ການລົງທຶນຢຸນນານລົງທຶນກໍ່ສ້າງນັ້ນ, ມີວິສາຫະກິດ 125 ແຫ່ງທີ່ມາຈາກ 8 ປະເທດ ແລະ ເຂດແຄວ້ນເຂົ້າປະຈຳ, ວິສາຫະກິດເຫຼົ່ານີ້ໄດ້ກ່ຽວພັນເຖິງຫຼາຍຂົງເຂດເຊັ່ນ: ສາງເຄື່ອງ ແລະ ການຈໍລະຈອນສິນຄ້າ, ພະລັງງານໃໝ່, ການປຸງແຕ່ງຜະລິດຕະພັນເອເລັກໂຕຣນິກ, ຢຸກຢາຊີວະພາບ, ການປຸງແຕ່ງຜະລິດຕະພັນກະສິກຳ, ສຸຂະພາບໂດຍລວມ ແລະ ຂົງເຂດອື່ນໆ. ປີ 2022, ພາຍໃຕ້ການສະໜັບສະໜູນຈາກລັດຖະບານລາວ, ບໍລິສັດອາຊີ-ໂປຕັດການລົງທຶນສາກົນຈຳກັດເລີ່ມປະຕິບັດໂຄງການ “ເຂດນິຄົມອັດສະລິຍະອາຊີ-ໂປຕັດສາກົນ”, ຄາດວ່າຈະສ້າງລາຍຮັບ 320 ລ້ານໂດລາໃຫ້ແກ່ລັດຖະບານລາວໃນແຕ່ລະປີ, ແລະ ສ້າງໂອກາດວຽກເຮັດງານທຳ 3-5 ໝື່ນຕຳແໜ່ງໃຫ້ແກ່ທ້ອງຖິ່ນ. ຢູ່ປະເທດລາວ, ເຂດນິຄົມອຸດສາຫະກຳທັນສະໄໝຕ່າງໆທີ່ຂຶ້ນປ້າຍພາສາຈີນນັ້ນ, ໄດ້ຊຸກຍູ້ໃຫ້ປະເທດລາວຈາກປະເທດກະສິກຳດັ້ງເດີມປ່ຽນເປັນສັງຄົມອຸດສາຫະກຳຢ່າງຕໍ່ເນື່ອງ.

ແມ່ນ້ຳຂອງໄດ້ນຳເອົາຊັບພະຍາກອນນ້ຳອັນອຸດົມສົມບູນໃຫ້ປະເທດລາວມີ, ແຕ່ວ່າຈາກນ້ຳທີ່ອຸດົມສົມບູນໄປດ້ວຍແຮ່ທາດຈົນຫັນປ່ຽນເປັນນ້ຳປະປາທີ່ປະຊາຊົນດື່ມໄດ້, ຍັງຕ້ອງຜ່ານການປຸງແຕ່ງໃນຂັ້ນຕອນຕ່າງໆ. ປີ 2012, ບໍລິສັດບໍ່ແຮ່ຄາຍຢວນລາວຈຳກັດທີ່ຈີນລົງທຶນໄດ້ສ້າງໂຮງງານຜະລິດນ້ຳປະປາຢູ່ເມືອງທ່າແຂກແຂວງຄຳມວນ, ແລະ ໄດ້ຕິດຕັ້ງທໍ່ສົ່ງນ້ຳປະປາໃຫ້ແກ່ບ້ານຕ່າງໆທີ່ປິ່ນອ້ອມໂຮງງານຂອງຕົນໂດຍບໍ່ເກັບຄ່າ, ແລະສະໜອງນ້ຳປະປາໃຫ້ແກ່ບ້ານເຫຼົ່ານີ້ໂດຍຟຣີຢ່າງຕໍ່ເນື່ອງ, ໄດ້ແກ້ໄຂບັນຫານ້ຳດື່ມຂອງຊາວບ້ານທັງຫຼາຍ. ຄຽງຄູ່ກັບການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ປະຕິບັດຕົວຈິງຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ການປ່ຽນແປງອັນດີງາມແບບນີ້ກໍມີນັບມື້ນັບຫຼາຍຂຶ້ນ.

ຕົວແບບຢ່າງຈຳນວນຫຼວງຫຼາຍສະແດງໃຫ້ເຫັນວ່າ, ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ນັບດີຂຶ້ນຍ້ອນຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເຊິ່ງນີ້ກໍເປັນການອະທິບາຍທີ່ດີທີ່ສຸດຕໍ່ຄູ່ຮ່ວມຊາຕາກຳມວນມະນຸດຈີນ-ລາວ. ພວກເຮົາຈົ່ງຮ່ວມມືກັນ, ເສີມຂະຫຍາຍທ່າແຮງຂອງປະເທດຕົນຢ່າງເຕັມສ່ວນ, ເປີດກວ້າງຂົງເຂດຮ່ວມມືຢ່າງບໍ່ຢຸດຢັ້ງ, ປະດິດສ້າງຮູບແບບການຮ່ວມມືໃໝ່, ພື້ນທີ່ການຮ່ວມມືລະຫວ່າງສອງປະເທດຈີນ-ລາວກໍຈະກວ້າງຂວາງກວ່າເກົ່າ.