ນາຍົກມາເລເຊຍສະເໜີຂໍ້ລິເລີ່ມ “ປັດສະຈາກເງິນໂດລາ”

2023-10-11 10:14:55 cri

ວັນທີ 10 ຕຸລາ 2023 ຕາມເວລາທ້ອງຖິ່ນ, ທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍສະເໜີຂໍ້ລິເລີ່ມ “ປັດສະຈາກເງິນໂດລາ”, ຮຽກຮ້ອງໃຫ້ດຳເນີນການຄ້າດ້ວຍເງິນຕາທ້ອງຖິ່ນ.

ທ່ານອັນວາ ອິບຣາຮິມ ໄດ້ໃຫ້ທັດສະນະດັ່ງກ່າວໃນໂອກາດຕອບກະທູ້ຄຳຖາມຂອງສະພາຕ່ຳຂອງລັດຖະສະພາມາເລເຊຍ, ທ່ານສະເໜີວ່າໃນໂອກາດດຳເນີນການຄ້າກັບຕ່າງປະເທດ, ມາເລເຊຍຄວນເພີ່ມການນຳໃຊ້ເງິນຕາທ້ອງຖິ່ນ, ເພື່ອຫຼຸດຜ່ອນການເພິ່ງພາອາໄສເງິນໂດລາ.

ປັດຈຸບັນ, ມາເລເຊຍພວມເປິກສາຫາລືກັບຫຼາຍປະເທດກ່ຽວກັບການດຳເນີນການຄ້າດ້ວຍເງິນຕາຂອງປະເທດເຫຼົ່ານັ້ນ.