ທາງລົດໄຟຈີນ-ລາວຮັບພະນັກງານຝ່າຍລາວເຂົ້າເຮັດວຽກທັງໝົດ 3.500 ກວ່າຄົນ

2023-10-11 10:49:52 cri

ວັນທີ 10 ຕຸລານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ເຜີຍແຜ່ ປຶ້ມປົກຂາວ “ການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ: ພຶດຕິກຳສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ແລະ ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນຳສະພາບທີ່ກ່ຽວຂ້ອງ.


ເມື່ອເວົ້າເຖິງທາງລົດໄຟຈີນ-ລາວ, ທ່ານສົງລຽງ ຮອງຫົວໜ້າຄະນະກຳມະການການພັດທະນາແລະປະຕິຮູບແຫ່ງຊາດຈີນກ່າວວ່າ, ນັບແຕ່ເປີດນຳໃຊ້ໃນເດືອນທັນວາປີ 2021 ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານ ແລະ ສິນຄ້ານັບມື້ນັບເພີ່ມຂຶ້ນ ແລະ ມີຄຸນນະພາບນັບມື້ນັບສູງຂຶ້ນ. ມາຮອດຕົ້ນເດືອນກັນຍາຜ່ານມາ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດຫຼາຍກວ່າ 20,9 ລ້ານເທື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 25,36 ລ້ານໂຕນ, 25 ເຂດ, ແຂວງ ແລະ ກຳແພງນະຄອນຂອງຈີນໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟຈີນ-ລາວ ເຊິ່ງໄດ້ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດສະມາຊິກອາຊຽນ. ນອກນີ້, ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ຮັບພະນັກງານຝ່າຍລາວເຂົ້າເຮັດວຽກທັງໝົດ 3.500 ກວ່າຄົນ ພ້ອມທັງໄດ້ສ້າງໂອກາດປະກອບອາຊີບຫຼາຍກວ່າ 1 ແສນຕຳແໜ່ງໃຫ້ແກ່ປະເທດລາວໂດຍທາງອ້ອມໃນຂະແໜງການຈໍລະຈອນສິນຄ້າ, ຄົມມະນາຄົມ, ທຸລະກິດການຄ້າ, ການທ່ອງທ່ຽວ ແລະອື່ນໆ.