ໂຄສົກກອງຕຳຫຼວດທະເລຂອງຈີນກ່າວຄຳເຫັນກໍລະນີທີ່ຟິລິບປິນລ່ວງລ້ຳເຂົ້າເຂດທະເລເກາະຫວງຢຽນຂອງຈີນຢ່າງຜິດກົດໝາຍ

2023-10-11 10:22:43 CRI

ທ່ານກ່ານຢວີ໋ ໂຄສົກກອງຕຳຫຼວດທະເລຂອງຈີນກ່າວວ່າ: ວັນທີ 10 ຕຸລານີ້, ເຮືອຮົບລຳໜຶ່ງຂອງກອງທັບເຮືອຟິລິບປິນບໍ່ເອົາຫົວຊາຕໍ່ການຫ້າມປາມ ແລະ ການກ່າວເຕືອນຂອງຝ່າຍຈີນ ດື້ດ້ານລ່ວງລ້ຳເຂົ້າເຂດທະເລໃກ້ເກາະຫວງຢຽນຂອງຈີນ. ຫຼັງຈາກຮ້ອງກ່າວເຕືອນຫຼາຍເທື່ອກໍບໍ່ໄດ້ຜົນ, ເຮືອຕຳຫຼວດທະເລຂອງຈີນກໍເຂົ້າໄປຂັບໄລ່ເຮືອຮົບຂອງຟິລິບປິນຕາມກົດໝາຍ ເຊິ່ງໄດ້ປະຕິບັດການແບບມືອາຊີບ, ມີແບບແຜນ, ຊອບທຳ ແລະ ຊອບດ້ວຍກົດໝາຍ. ຈີນມີອະທິປະໄຕຢ່າງເຕັມສ່ວນເໜືອເກາະຫວງຢຽນ ແລະ ເຂດທະເລອ້ອມຮອບເກາະດັ່ງກ່າວ, ມີສິດອະທິປະໄຕ ແລະ ສິດຄອບຄອງຕໍ່ເຂດທະເລທີ່ກ່ຽວຂ້ອງ. ການກະທຳຂອງຟິລິບປິນໄດ້ລະເມີດອະທິປະໄຕຂອງຈີນ, ລະເມີດກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງການພົວພັນສາກົນຢ່າງໜັກໜ່ວງ, ຈີນເຕືອນໃຫ້ຟິລິບປິນຍຸດຕິລ່ວງລະເມີດອະທິປະໄຕຂອງຈີນໃນທັນທີ. ກອງຕຳຫຼວດທະເລຂອງຈີນຈະສືບຕໍ່ດຳເນີນການເຄື່ອນໄຫວປະຕິບັດກົດໝາຍເພື່ອປົກປ້ອງອະທິປະໄຕຢູ່ເຂດທະເລໃຕ້ການຄອບຄອງຂອງຕົນ, ເດັດດ່ຽວປົກປັກຮັກສາອະທິປະໄຕຂອງຊາດ ແລະ ສິດຜົນປະໂຫຍດທາງທະເລຂອງຕົນ.