ຝົກຕົກໜັກຫຼາຍມື້ລຽນຕິດເຮັດໃຫ້ 35 ແຂວງຂອງໄທໄດ້ຮັບຜົນກະທົບ

2023-10-12 11:11:41 cri

ຝົນຕົກໜັກຢ່າງຕໍ່ເນື່ອງໃນສອງເດືອນຜ່ານມາເຮັດໃຫ້ 35 ແຂວງຂອງໄທໄດ້ຮັບຜົນກະທົບ, ໃນນັ້ນ, ມີ 11 ແຂວງເກີດໄພນ້ຳຖ້ວມອ່າວໜັກໜ່ວງ.


ຕາມສື່ມວນຊົນໄທລາຍງານວ່າ: ຝົນຕົກໜັກໃນຫຼາຍມື້ຕິດຕໍ່ກັນ ເຮັດໃຫ້ປະຊາຊົນ 52.290 ຄອບຄົວຢູ່ 2.506 ບ້ານໃນ 138 ເຂດຂອງ 35 ແຂວງປະສົບໄພ.


ກົມປ້ອງກັນແລະຫຼຸດຜ່ອນໄພພິບັດກະຊວງພາຍໃນຂອງໄທໄດ້ຮ່ວມມືກັບອົງການປົກຄອງທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງ, ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມມາໂດຍຕະຫຼອດ ແລະ ແກ້ໄຂບັນຫາທ້ອງຖິ່ນໂດຍສ່ວນ.

ລັດຖະບານໄທໄດ້ປຸກລະດົມພາກສ່ວນທີ່ກ່ຽວຂ້ອງຊ່ວຍເຫຼືອເຂດປະສົບໄພຟື້ນຟູການຜະລິດໂດຍໄວ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ຄືນສູ່ສະພາບປົກກະຕິ.