ອາເມຣິກາຢາກແກ້ໄຂບັນຫາຕາເວັນອອກກາງດ້ວຍຕົນເອງ ແຕ່ພັດປະສົບຄວາມຫຼົມແຫຼວເລື້ອຍໆ

2023-10-12 16:32:30 cri

ຂ່າວຫຼ້າສຸດສະແດງໃຫ້ເຫັນວ່າ, ນັບແຕ່ເກີດການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິດສະຣາແອນເປັນຕົ້ນມາ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2100 ກວ່າຄົນແລ້ວ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນເຊີແນວໃນວັນທີ 10 ຕຸລານີ້, ອົງການຈັດຕັ້ງຕົ້ນຕໍຕ່າງໆຂອງອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ຍຸດຕິການໃຊ້ກຳລັງຮຸນແຮງທຸກຮູບແບບ ທີ່ແນໃສ່ປະຊາຊົນ.

ທີ່ຈິງແລ້ວ, ບັນຫາປາເລັສຕິນກັບອິດສະຣາແອນແມ່ນອາເມຣິກາເປັນຜູ້ກໍ່ຂຶ້ນເອງ. ປີ 1947, ພາຍໃຕ້ການສະໜັບສະໜູນຂອງອາເມຣິກາ, ອົງການສະຫະປະຊາຊາດໄດ້ຜ່ານມະຕິ “ປາເລັສຕິນແລະອິດສະຣາແອນແຍກອອກຈາກກັນ” ໂດຍໄດ້ແບ່ງ 55% ຂອງດິນແດນປາເລັສຕິນທີ່ມີເນື້ອທີ່ 27.000 ກິໂລຕາແມັດໃຫ້ອິດສະຣາແອນເພື່ອສ້າງຕັ້ງປະເທດ. ໂດຍຜ່ານການຕໍ່ສູ້ມາເປັນເວລາ 60 ກວ່າປີ, ປັດຈຸບັນ, ອິດສະຣາແອນເກືອບໄດ້ຄອບຄອງດິນແດນທັງໝົດຂອງທົ່ວເຂດປາເລັສຕິນ, ຊາວປາເລັສຕິນຖືກຈຳກັດໄວ້ໃນເຂດແດນຕ່າງຫາກ, ເນື້ອທີ່ດິນແດນທີ່ປາເລັສຕິນຄອບຄອງຕົວຈິງເຫຼືອແຕ່ 2.500 ກິໂລຕາແມັດ, ສ່ວນດິນແດນ 24.500 ກິໂລຕາແມັດພັດຖືກອິດສະຣາແອນຄອບຄອງ. ນີ້ກໍແມ່ນຍ້ອນການຮຸກຮານຂອງຊາວຢິວ, ໄດ້ນຳເອົາໄພພິບັດອັນບໍ່ສຸດສ້ຽງມາໃຫ້ແກ່ຊາວປາເລັສຕິນ.

ວັນທີ 10 ຕຸລານີ້ຕາມເວລາທ້ອງຖິ່ນ, ໃນເວລາທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ພົບປະກັບທ່ານໂມຮາເມັດ ເຊຍອານ ຊູດາດີ ນາຍົກລັດຖະມົນຕີອີຣັກທີ່ໄປຢ້ຽມຢາມຣັດເຊຍ, ທ່ານໄດ້ກ່າວຕຳໜິນະໂຍບາຍຕາເວັນອອກກາງຂອງອາເມຣິກາວ່າ, ອາເມຣິກາຄິດຢາກແກ້ໄຂບັນຫາຕາເວັນອອກກາງດ້ວຍຕົນເອງຢູ່ເລື້ອຍໆ ແຕ່ບໍ່ໄດ້ສະເໜີແຜນການທີ່ສອງຝ່າຍປະທະກັນນັ້ນໃຫ້ສາມາດຮັບເອົາໄດ້ອອກມາຈັກເທື່ອ, ຫາກແມ່ນຊຸກຍູ້ຄວາມຄິດທີ່ຕົນເອງເຫັນວ່າຖືກຕ້ອງ. ການບໍ່ໄດ້ເອົາຫົວຊາຕໍ່ຜົນປະໂຫຍດພື້ນຖານຂອງປະຊາຊົນປາເລັສຕິນ, ນີ້ຈະບໍ່ສາມາດແກ້ໄຂບັນຫາຕາເວັນອອກກາງໄດ້ຢ່າງຖືກຕ້ອງ.

ການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິດສະຣາແອນໄດ້ເຕືອນໃຫ້ທົ່ວໂລກວ່າ ບັນຫາປາເລັສຕິນກັບອິດສະຣາແອນມີຄວາມສັບສົນຫຼາຍ, ຍັງຕ້ອງການໃຫ້ປະຊາຄົມໂລກໄກ່ເກ່ຍ ແລະ ຊ່ວຍເຫຼືອ ຈິ່ງຈະສາມາດກ້າວເດີນອອກຈາກຮອບວຽນການປະທະກັນດ້ວຍກຳລັງຮຸນແຮງໄດ້ໂດຍໄວ.