ມອບ-ຮັບຢ່າງເປັນທາງການວິທະຍາໄລເຕັກນິກ-ວິຊາຊີບການລົດໄຟທີ່ລັດຖະບານຈີນຊ່ວຍເຫຼືອ

2023-10-12 17:20:30 CRI

        

    ວັນທີ 12 ກັນຍາ 2023, ທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບ ແລະເປີດນໍາໃຊ້ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟທີ່ລັດຖະບານຈີນຊ່ວຍເຫຼືອຢ່າງເປັນທາງການ, ຝ່າຍລາວໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ຕາງໜ້າຝ່າຍລາວຮັບໂດຍທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາ ແລະກິລາ ແລະຕາງໜ້າຝ່າຍຈີນມອບໂດຍທ່ານ ຫວາງຊ້າງ ອຸປະທູດຊົ່ວຄາວສະຖານທູດ ສປ ຈີນປະຈໍາ ສປປ ລາວ ພ້ອມດ້ວຍບັນດາການນໍາຂັ້ນສູງຂອງລາວ ແລະພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍລາວ-ຈີນເຂົ້າຮ່ວມ.



    ໃນໂອກາດນີ້, ທ່ານ ຫວາງຊ້າງ ກ່າວວ່າ: ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດໃຫ້ກຽດເຂົ້າຮ່ວມພິທີມອບ-ຮັບໂຄງການດ້ວຍຕົນເອງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຫວັງຢ່າງສູງຕໍ່ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດຂອງໂຄງການເສັ້ນທາງລົດໄຟຈີນ-ລາວ. ນັບແຕ່ຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ"ໄດ້ສະເໜີອອກເປັນເວລາ 10 ປີມານີ້, ການນຳສອງປະເທດຈີນ-ລາວໄດ້ຊຸກຍູ້ການຮ່ວມມືຮອບດ້ານໃນຂົງເຂດຕ່າງໆເຊັ່ນ: ການແລກປ່ຽນຄໍາເຫັນດ້ານນະໂຍບາຍ, ການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງ, ການອຳນວຍຄວາມສະດວກດ້ານການຄ້າ, ການເຊື່ອມໂຍງທາງດ້ານການເງິນ, ການປະສານໃຈປະຊາຊົນແລະອື່ນໆ, ໄດ້ສືບຕໍ່ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ເຂົ້າສູ່ລວງເລິກ ແລະປະກົດຜົນເປັນຈິງ. ມື້ນີ້, ລັດຖະບານຈີນໄດ້ມອບໂຄງການວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟໃຫ້ແກ່ຝ່າຍລາວຢ່າງເປັນທາງການ, ຂ້າພະເຈົ້າເຊື່ອວ່າ ນີ້ຈະກາຍເປັນອີກຈຸດເລີ່ມຕົ້ນໃໝ່ຂອງການຮ່ວມມືທາງລົດໄຟຈີນ-ລາວ ແລະການພັດທະນາພາລະກິດທາງລົດໄຟຂອງລາວ.


    ທ່ານ ໄຊຊະນະ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ໃຫ້ສໍາພາດວ່າ: ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟຂອງລາວແຫ່ງນີ້ ຈະເປັນໂຄງການທີ່ສໍາຄັນຫຼາຍໃນການສ້າງຊັບພະຍາກອນມະນຸດຂອງລາວ, ໂດຍສະເພາະວິຊາຊີບ, ຄວາມຮູ້ທາງດ້ານການລົດໄຟລາວ-ຈີນ ແລະທາງດ້ານເຕັກນິກ ເຊິ່ງທີ່ຜ່ານມາ ສປປ ລາວພວກເຮົາບໍ່ເຄີຍມີມາກ່ອນ, ອັນນີ້ເປັນແຫ່ງທໍາອິດ ເຊິ່ງຈະມີຄວາມໝາຍຄວາມສໍາຄັນໃຫ້ແກ່ການນໍາໃຊ້ເສັ້ນທາງລົດໄຟພວກເຮົາໃຫ້ມີຄວາມຍືນຍົງ ແລະມີປະສິດທິຜົນສູງໃນຕໍ່ໜ້າ.



    ພາຍຫຼັງສໍາເລັດການມອບ-ຮັບໂຄງການຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຍັງໄດ້ຢ້ຽມຊົມ ແລະທົດລອງຂັບລົດໄຟໃນຫ້ອງປະຕິບັດການຕົວຈິງ ທັງໄດ້ຂຽນຄໍາຈາລຶກວ່າ: ຮູ້ສຶກດີໃຈເປັນພິເສດທີ່ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ທີ່ເກີດຂຶ້ນແຫ່ງທໍາອິດຂອງປະເທດໂດຍການຊ່ວຍເຫຼືອຂອງ ສປ ຈີນອ້າຍນ້ອງ, ການກໍ່ສ້າງໄດ້ຮັບການຍ້ອງວ່າ: “ສົມບູນແບບ, ການປະກອບພາຫະນະ, ການຮຽນການສອນຄົບຊຸດ”, ຫວັງວ່າພາກສ່ວນກ່ຽວຂ້ອງຈະນໍາໃຊ້ການຊ່ວຍເຫຼືອອັນລໍ້າຄ່ານີ້ໃຫ້ເປັນປະໂຫຍດສູງສຸດໃຫ້ແກ່ການພັດທະນາວຽກງານການລົດໄຟຂອງປະເທດຊາດຂອງພວກເຮົາຕໍ່ໆໄປ.



    ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟເລີ່ມກໍ່ສ້າງມາແຕ່ເດືອນກັນຍາ 2021, ມີເນື້ອທີ່ທັງໝົດ 14,5 ເຮັກຕາຕັ້ງຢູ່ທີ່ບ້ານໂພຄໍາ, ເມືອງໄຊທານີນະຄອນຫຼວງວຽງຈັນ. ວິທະຍາໄລດັ່ງກ່າວປະກອບອາຄານຮຽນທິດສະດີ, ອາຄານພາກປະຕິບັດ, ອາຄານບໍລິຫານ, ຫໍສະໝຸດ, ໂຮງອາຫານ, ຫໍພັກນັກຮຽນ-ຫໍພັກຄູອາຈານ, ສະໜາມປະຕິບັດ, ແລະສິ່ງອໍານວຍຄວາມສະດວກອື່ນໆ ລວມໄປເຖິງອຸປະກອນເຕັກນິກຕ່າງ ເຊິ່ງແມ່ນຝ່າຍຈີນໄດ້ອອກແບບ, ກໍ່ສ້າງ ແລະສະໜອງໃຫ້ຝ່າຍລາວ. ວິທະຍາໄລເຕັກນິກນີ້ປະກອບມີ 6 ສາຂາວິຊາຄື: ເຕັກນິກຫົວລົດໄຟ, ເຕັກນິກຕູ້ລົດໄຟ, ເຕັກນິກສັນຍານທາງລົດໄຟ, ວິສະວະກໍາທາງລົດໄຟ, ຄຸ້ມຄອງການຂົນສົ່ງທາງລົດໄຟ ແລະການສະໜອງໄຟຟ້າທາງລົດໄຟ. ນອກຈາກນີ້, ກົມອາຊີວະສຶກສາຍັງໄດ້ຮ່ວມມືກັບວິທະຍາໄລເຕັກນິກການລົດໄຟຄຸນໝິງ ສປ ຈີນ ເພື່ອຮ່ວມກັນພັດທະນາຫລັກສູດການຮຽນ-ການສອນໃຫ້ມີຄຸນນະພາບ, ປັດຈຸບັນມີຄູອາຈານຈີນຊຸດທໍາອິດເຂົ້າມາຊ່ວຍສິດສອນ ແລະແລກປ່ຽນກັບຝ່າຍລາວແລ້ວ 16 ທ່ານ.