ຈີນ ແລະ ອາຊຽນຊຸກຍູ້ການເຊື່ອມຈອດກັນດ້ານກະຕິກາ ແລະ ມາດຕະຖານ ເພື່ອຍົກສູງຄວາມສາມາດດ້ານການແຂ່ງຂັນຂອງອຸດສາຫະກຳໃນພາກພື້ນ

2023-10-13 11:07:31 cri

ວັນທີ 12 ຕຸລານີ້, ເວທີເປິກສາຫາລືການຮ່ວມມືການຫັນເປັນມາດຕະຖານຈີນ-ອາຊຽນຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼິວໂຈ່ວ ເຂດກວາງຊີຂອງຈີນ, ແຂກຜູ້ມີກຽດໄດ້ດຳເນີນການຄົ້ນຄວ້າ ແລະ ແລກປ່ຽນກັນຢ່າງເລິກເຊິ່ງ ໂດຍປິ່ນອ້ອມຫົວຂໍ້: ການເປີດປະຕູສູ່ພາຍນອກດ້ານລະບຽບການ: ການເຊື່ອມຈອດກັນດ້ານກະຕິກາຂອງ “ໜຶ່ງແລວໜຶ່ງເສັ້ນທາງ, ການພັດທະນາຂອງອຸດສາຫະກຳເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ເພື່ອສະແຫວງຫາໂອກາດການຮ່ວມມື ແລະ ການພັດທະນາ.

ທ່ານຖຽນຊື່ຫົງ ຮອງຫົວໜ້າອົງການຕິດຕາມຄຸ້ມຄອງຕະຫຼາດແຫ່ງຊາດຈີນ ຫົວໜ້າຄະນະກຳມະການການຫັນເປັນມາດຕະຖານແຫ່ງຊາດຈີນກ່າວວ່າ: ຈີນຍິນດີຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ການເຊື່ອມຈອດກັນດ້ານກະຕິກາ ແລະ ມາດຕະຖານຕື່ມອີກ, ຍົກສູງຄວາມສາມາດດ້ານການແຂ່ງຂັນທີ່ເປັນແກນກາງຂອງອຸດສາຫະກຳໃນພາກພື້ນ. ປະທານຄະນະກຳມະການທີ່ເປິກສາດ້ານມາດຕະຖານ ແລະ ຄຸນນະພາບອາຊຽນ ຫຼື ACCSQ ກ່າວວ່າ: ມາດຕະຖານເປັນພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມື ແລະ ການປະດິດສ້າງໃໝ່ໃນພາກພື້ນ, ອາຊຽນຫວັງວ່າຈະດຳເນີນການຮ່ວມມືກັບຈີນໃຫ້ຫຼາຍກວ່າເກົ່າ ເພື່ອຊຸກຍູ້ຄວາມສະດວກດ້ານການຄ້າ.

ໃນໄລຍະຈັດເວທີເປິກສາຫາລືດັ່ງກ່າວ, ສູນແລກປ່ຽນ ແລະ ຮ່ວມມືການຫັນເປັນມາດຕະຖານປະເທດສະມາຊິກອາຊຽນໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຫັນເປັນມາດຕະຖານກະສິກຳ ແລະ ປ່າໄມ້ກັບສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ລາວ ພ້ອມທັງ ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຫັນເປັນມາດຕະຖານກະສິກຳກັບສະຖາບັນຄົ້ນຄວ້າກະສິກຳມຽນມາ.