ໂຄງການວິທະຍາໄລເຕັກນິກວິຊາຊີບທາງລົດໄຟລາວ ທີ່ຈີນຊ່ວຍເຫຼືອກໍ່ສ້າງໄດ້ມອບໃຫ້ແກ່ຝ່າຍລາວຢ່າງເປັນທາງການ

2023-10-13 15:16:36 cri

ວັນທີ 12 ຕຸລານີ້, ພິທີມອບ-ຮັບໂຄງການວິທະຍາໄລເຕັກນິກວິຊາຊີບທາງລົດໄຟລາວ ທີ່ຈີນຊ່ວຍເຫຼືອກໍ່ສ້າງ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຢ່າງເປັນທາງການ. ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ໄດ້ເຂົ້າຮ່ວມພິທີ ແລະ ຕີຄ້ອງເປັນສັນຍະລັກໃຫ້ແກ່ການເປີດນຳໃຊ້ວິທະຍາໄລຢ່າງເປັນທາງການ. ທ່ານວາງຊາງ ອຸປະທູດຊົ່ວຄາວຂອງຈີນປະຈຳລາວ ໄດ້ຕາງໜ້າລັດຖະບານຈີນມອບລູກກະແຈຄຳໃຫ້ແກ່ລັດຖະບານລາວ.


ວິທະຍາໄລເຕັກນິກວິຊາຊີບທາງລົດໄຟລາວ ທີ່ຈີນຊ່ວຍເຫຼືອກໍ່ສ້າງ ແມ່ນວິທະຍາໄລເຕັກນິກວິຊາຊີບທາງລົດໄຟແຫ່ງທຳອິດໃນປະເທດລາວ ກໍຄືໃນບັນດາປະເທດອາຊີຕາເວັນອອກສຽງໃຕ້. ໃນອະນາຄົດ, ສອງຝ່າຍຈີນ ແລະ ລາວຈະສືບຕໍ່ດຳເນີນການຮ່ວມມືດ້ານການສຶກສາ ແລະ ເຕັກນິກຕໍ່ໄປ.