ເປີດປ້າຍສູນຢາແລະແພດແຜນຈີນຈີນ-ກຳປູເຈຍ

2023-10-13 15:17:59 cri

ພິທີເປີດປ້າຍສູນຢາແລະແພດແຜນຈີນຈີນ-ກຳປູເຈຍໄດ້ຈັດຂຶ້ນຢູ່ໂຮງໝໍມິດຕະພາບຈີນ-ກຳປູເຈຍໂກຊາມັກທີ່ນະຄອນຫຼວງພະນົມເປັນໃນວັນທີ 12 ຕຸລານີ້. ທ່ານຈຽງຣາ ລັດຖະມົນຕີກະຊວງສາທາລະນະສຸກກຳປູເຈຍ, ທ່ານນາງຢູແຢ້ນຫົງ ຫົວໜ້າອົງການຄຸ້ມຄອງຢາແລະແພດແຜນຈີນແຫ່ງຊາດຈີນ ແລະ ທ່ານວາງເວີນທຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍໄດ້ເຂົ້າຮ່ວມພິທີ.


ການສ້າງຕັ້ງສູນດັ່ງກ່າວແມ່ນມາດຕະການສຳຄັນ ໃນການຈັດຕັ້ງປະຕິບັດ “ຖະແຫຼງການຮ່ວມລະຫວ່າງ ສປ ຈີນ ກັບລາຊະອານາຈັກກຳປູເຈຍ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່” ແລະ “ຖະແຫຼງການຮ່ວມລະຫວ່າງລັດຖະບານ ສປ ຈີນ ແລະ ລາຊະອານາຈັກກຳປູເຈຍ”, ກໍແມ່ນຜົນງານສຳຄັນດ້ານການຮ່ວມມືໃນຂົງເຂດການແພດ ແລະ ຢາລະຫວ່າງສອງປະເທດຈີນ ແລະ ກຳປູເຈຍ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ສອງຝ່າຍໄດ້ຢ່ວງບາດກ້າວທີ່ໜັກແໜ້ນ ເຂົ້າໃນການລົງເລິກການຮ່ວມມືໃນຂົງເຂດສາທາລະນະສຸກ ເຊັ່ນ: ຢາແລະແພດແຜນຈີນ, ແພດແຜນດັ້ງເດີມ ແລະອື່ນໆ.