ເສັ້ນທາງລົດໄຟຈີນ-ລາວ “ມັງກອນເຫຼັກ” ບິນຂ້າມຜ່ານພູຜາແມ່ນ້ຳ

2023-10-13 17:38:25 cri



   ເສັ້ນທາງລົດໄຟຈີນ-ລາວທິດເໜືອເລີ່ມຈາກນະຄອນຄຸນມິງສປຈີນ,ທິດໃຕ້ຍາວຢຽດໄປເຖິງນະຄອນຫຼວງວຽງຈັນ ສປປ ລາວ ເຊິ່ງໄດ້ເນັ່ງຜ່ານພາກຕາເວັນຕົກແຂວງຢູນນານຈີນແລະເຂດພູດອຍພາກເໜືອລາວ, ເປັນທາງລົດໄຟສາກົນສາຍທຳອິດທີ່ນຳໃຊ້ມາດຕະຖານຈີນ, ສອງປະເທດຈີນ-ລາວຮ່ວມກັນກໍ່ສ້າງແລະດຳເນີນທຸລະກິດ ກໍຄືເປັນເສັ້ນທາງລົດໄຟທີ່ເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟຂອງຈີນ. ເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຕະຫຼອດສາຍຢ່າງເປັນທາງການໃນວັນທີ3ທັນວາ2021, ເຊິ່ງໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າແລະການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດຈີນ-ລາວກໍຄືລະຫວ່າງບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.


   ແຕ່ກ່ອນ, ຂໍ້ຫຍຸ້ງຍາກດ້ານຄົມມະນາຄົມເປັນປັດໄຈສຳຄັນອັນໜຶ່ງທີ່ຜູກມັດການພັດທະນາເສດຖະກິດຂອງລາວ. ປີ2015, ຄືຫຼັງຈາກຂໍ້ລິເລີ່ມ  “ໜຶ່ງແລວໜຶ່ງເສັ້ນທາງ” ສະເໜີອອກມາໄດ້ສອງປີ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮ່ວມກັບຜູ້ນຳລາວກຳນົດນະໂຍບາຍສຳຄັນແຫ່ງການຮ່ວມກັນສ້າງເສັ້ນທາງລົດໄຟຈີນ-ລາວ.



ວັນທີ3ທັນວາ2021, ທ່ານສີຈິ້ນຜິງ ປະທານປະເທດແຫ່ງສປຈີນ ແລະທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງສປປລາວ ໄດ້ຮ່ວມກັນເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວໂດຍຜ່ານຮູບແບບວິດີໂອ. ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ເສັ້ນທາງລົດໄຟຈີນ-ລາວເປັນໂຄງການຂີດໝາຍແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ. ໃນຊຸມປີຜ່ານມານີ້, ຝ່າຍຈີນໄດ້ຖືເອົາມາດຕະຖານສູງ, ແບບຍືນຍົງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນເປັນເປົ້າໝາຍ, ໂດຍໄດ້ຍົກລະດັບການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ບັນລຸເປົ້າໝາຍທີ່ເຮັດໃຫ້ບັນດາປະເທດທີ່ຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໄດ້ເປີດຊ່ອງທາງໃໝ່ໃຫ້ແກ່ການພັດທະນາເສດຖະກິດໂລກ.

ນັບມາຮອດປັດຈຸບັນ, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດຫຼາຍກວ່າ20ລ້ານເທື່ອຄົນ. ວັນທີ 13 ເມສາ 2023, ເສັ້ນທາງລົດໄຟຈີນ-ລາວໄດ້ເປີດຂະບວນລົດໄຟໂດຍສານສາກົນຢ່າງເປັນທາງການ, ລະຫວ່າງນະຄອນຄຸນມິງຫານະ ຄອນຫຼວງວຽງຈັນ, ຜູ້ໂດຍສານສາມາດຂີ່ລົດໄຟໄປເຖິງປາຍທາງໄດ້ພາຍໃນມື້ດຽວກັນ, ສິ່ງນີ້ໄດ້ພາໃຫ້ການທ່ອງທ່ຽວຂ້າມຊາຍແດນພັດທະນາຂຶ້ນຢ່າງຟົດຟື້ນ. ນັບລວມແລ້ວ, ມີນັກທ່ອງທ່ຽວຫຼາຍໝື່ນຄົນຈາກປະມານ50ປະເທດແລະເຂດແຄວ້ນໄດ້ເລືອກຂີ່ລົດໄຟຈີນ-ລາວເດີນທາງທ່ອງທ່ຽວຂ້າມຊາດ.

ນັບຕັ້ງແຕ່ເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວເປັນຕົ້ນມາ, ນັບລວມແລ້ວ, ໄດ້ຂົນສົ່ງສິນຄ້າຫຼາຍກວ່າ25ລ້ານໂຕນ, ສິນຄ້າລາວກຳລັງຜ່ານຈາກເສັ້ນທາງລົດໄຟຈີນ-ລາວຂົນສົ່ງອອກໄປສູ່ໂລກ.

ເສັ້ນທາງລົດໄຟຈີນ-ລາວໄດ້ນຳເອົາການປ່ຽນແປງຕົວຈິງມາສູ່ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນກໍຄືການພັດທະນາເສດຖະ ກິດຂອງລາວ. ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງສປປລາວໄດ້ກ່າວວ່າ: “ທາງລົດໄຟເສັ້ນນີ້ເປັນທາງລົດໄຟທັນສະໄໝແລະມີຄວາມໄວສູງ,ອັນນີ້ແມ່ນຄວາມພາກພູມໃຈຂອງປະເທດລາວແລະປະຊາຊົນລາວ,ທາງລົດໄຟເສັ້ນນີ້ຈະຊ່ວຍໃຫ້ປະເທດລາວມີເສັ້ນທາງຄົມມະນາຄົມໂດຍຕາໜ່າງໂລຈິສຕິກອອກສູ່ທະເລແລະໄປສູ່ບັນດາປະເທດພາກພື້ນນີ້ຢ່າງສະດວກ,  ທັງສະດວກຕໍ່ຜູ້ໂດຍສານລວມທັງການຂົນສົ່ງສິນຄ້າແລະດ້ານຕ່າງໆ ທັງກະຕຸກຊຸກຍູ້ຜູ້ລົງທຶນ ນັກທ່ອງທ່ຽວມາປະເທດລາວຫຼາຍຂຶ້ນ, ເສັ້ນທາງລົດໄຟແຫ່ງປະຫວັດສາດເສັ້ນນີ້ໄດ້ມາຈາກຂໍ້ລິເລີ່ມຫຼືນະໂຍບາຍ ສຸດທີ່ສຳຄັນຂອງທ່ານປະທານສີຈິ້ນຜິງກ່ຽວກັບ ‘ໜຶ່ງແລວໜຶ່ງເສັ້ນທາງ’, ເຊິ່ງປະເທດລາວທັງເປັນຜູ້ສະໜັບສະໜູນນະໂຍບາຍນີ້, ທັງເປັນປະເທດທີ່ຈະໄດ້ປະຕິບັດອອກມາຢ່າງເປັນຮູບປະທຳທັງເປັນປະເທດທີ່ຈະໄດ້ຮັບຜົນປະໂຫຍດສູງສຸດສາມາດຈັບຕ້ອງໄດ້.”