“ໜຶ່ງແລວໜຶ່ງເສັ້ນທາງ”ພາກທີ1: ຄວາມເປັນມາ

2023-10-13 22:46:34 CRI



ປີນີ້ເປັນປີຄົບຮອບ10ປີແຫ່ງການສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” (ຊື່ເຕັມແມ່ນ: ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລສະຕະວັດທີ21),ຂໍ້ລິເລີ່ມຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ກຳເນີດມາຈາກຈີນ ແຕ່ໂອກາດແລະຜົນໄດ້ຮັບຂອງມັນເປັນຂອງທົ່ວໂລກ.

 

   ຢູ່ສູນຄຸ້ມຄອງວັດຖຸບູຮານແລະຂອງຂວັນສູນກາງຈີນທີ່ນະຄອນຫຼວງປັກກິ່ງ, ມີຊຸດຊົນເຜົ່າ ຂອງກາຊັກສະຖານຊຸດໜຶ່ງກັບເຄື່ອງປັ້ນດິນເຜົາເຄືອບຮູບຊົງ ນັກຟ້ອນ ຂອງອິນໂດເນເຊຍເຄື່ອງໜຶ່ງໄດ້ຖືກວາງໄວ້ຢູ່ນຳກັນໃນຕູ້ແກ້ວເປັນພິເສດ, ຂອງຂວັນລະດັບຊາດສອງຢ່າງນີ້ແມ່ນມາຈາກສອງປະເທດທີ່ຫ່າງໄກກັນໝື່ນລີ້, ແຕ່ຊ້ຳພັດພົບກັນຢູ່ຈີນເນື່ອງຈາກຂໍ້ລິເລີ່ມທີ່ຍິ່ງໃຫຍ່ອັນໜຶ່ງ.

 

   ມັນເປັນເລື່ອງລາວທີ່ເກີດຂຶ້ນເມື່ອ10ປີກ່ອນ.

 

  ຄື ໃນມື້ໜຶ່ງທີ່ທ້ອງຟ້າປອດໂປ່ງຍາມລະດູໃບໄມ້ຫຼົ່ນປີ2013, ຢູ່ມະຫາວິທະຍາໄລນາຈາບາເຢັບກາຊັກສະຖານ, ທ່ານສີຈິ້ນຜິງ ປະທານປະເທດຈີນ ເຊິ່ງເປັນແຂກຜູ້ມີກຽດທີ່ມາຈາກພາກຕາເວັນອອກໄດ້ເລົ່າເລື່ອງລາວທີ່ອັດສະຈັນເມື່ອ2.000ກວ່າປີກ່ອນສູ່ນັກສຶກສາແລະຄູອາຈານຢູ່ມະຫາວິທະຍາໄລແຫ່ງນັ້ນຟັງ.

 

   “ເມື່ອ2.100ກວ່າປີກ່ອນ, ທ່ານຈ່າງຊຽນ ນັກການທູດສະໄໝລາຊະວົງຮັ້ນຂອງຈີນໄດ້ແບກຫາບພາລະກຳສັນຕິພາບແລະມິດຕະພາບເດີນທາງໄປຢ້ຽມຢາມເຂດອາຊີກາງສອງຄັ້ງ ເຊິ່ງໄດ້ເປີດປະຕູໃຫຍ່ສຳລັບຈີນໄປມາຫາສູ່ກັນດ້ວຍມິດໄມຕີກັບບັນດາປະເທດອາຊີກາງ, ໄດ້ບຸກເບີກເສັ້ນທາງສາຍໄໝທີ່ເຊື່ອມຕໍ່ອາຊີ-ເອີຣົບໂດຍເນັ່ງຜ່ານແຕ່ທິດຕາເວັນອອກສູ່ທິດຕາເວັນຕົກ”

 

   ກາຊັກສະຖານພໍດີຕັ້ງຢູ່ເຂດແຄວ້ນໃຈກາງຂອງເສັ້ນທາງສາຍໄໝບູຮານ, ໃນອະດີດ,ເຄີຍມີນັກການທູດ,ກຸ່ມນັກທຸລະກິດ, ນັກທ່ອງທ່ຽວ, ນັກປາດ, ນາຍຊ່າງຈາກປະເທດຕາເວັນອອກແລະຕາເວັນຕົກເດີນທາງຜ່ານປະເທດນີ້ຢ່າງບໍ່ຂາດສາຍ. ໃນເວລາກ່າວປາຖະກະຖາຢູ່ມະຫາວິທະຍາໄລນາຈາບາເຢັບຄັ້ງນີ້, ທ່ານສີຈິ້ນຜິງໄດ້ສະເໜີໃຫ້ຮ່ວມກັນສ້າງ “ແລວເສດຖະກິດເສັ້ນທາງສາຍໄໝ” ເຊິ່ງໄດ້ຮັບສຽງຕອບຮັບເປັນຈຳນວນຫຼວງຫຼາຍ.

 

   ທ່ານ ນາຈາບາເຢັບ  ປະທານາທິບໍດີກາຊັກສະຖານໃນເວລານັ້ນໄດ້ຕອບຮັບວ່າ: “ເມື່ອຈີນດີແລ້ວ ກາຊັກສະຖານກໍຈະດີນຳ, ກາຊັກສະຖານຫວັງຢາກນຳໃຊ້ໂອກາດແຫ່ງການພັດທະນາເສດຖະກິດຈີນຢ່າງວ່ອງໄວ, ຍິນດີຮ່ວມກັບຝ່າຍຈີນເພີ່ມທະວີການປະສານງານດ້ານຍຸດທະສາດການພັດທະນາຂອງໃຜລາວເພື່ອບັນລຸການພັດທະນາຮ່ວມກັນ.”

 


   ໃນການຢ້ຽມຢາມເທື່ອນີ້, ທ່ານສີຈິ້ນຜິງໄດ້ຮັບການມອບຂອງຂວັນຈາກກາຊັກສະຖານຄື ຊຸດຊົນເຜົ່າກາຊັກສະຖານຊຸດໜຶ່ງ. ຢູ່ກາຊັກສະຖານ, ການມອບຊຸດຊົນເຜົ່າໃຫ້ແກ່ແຂກເປັນຂອງຂວັນ ຖືເປັນພິທີການທີ່ມີກຽດສູງສຸດ ເຊິ່ງມີຄວາມໝາຍວ່າ ສະໜິດກັນແບບຄົນໃນຄອບຄົວດຽວກັນ.

 

   ຫຼັງຈາກນັ້ນ20ກວ່າມື້, ຢູ່ຫໍລັດຖະສະພາອິນໂດເນເຊຍທີ່ຫ່າງຈາກກາຊັກສະຖານໄກແສນໄກ, ຫ້ອງປະຊຸມໃຫຍ່ມີພັນກວ່າຄົນນັ່ງເຕັມຫ້ອງ.

 

ທ່ານສີຈິ້ນຜິງໄດ້ຮັບຄຳເຊີນກ່າວປາຖະກະຖາຢູ່ທີ່ແຫ່ງນັ້ນ, ເພິ່ນເປັນປະມຸກລັດຕ່າງປະເທດຜູ້ທຳອິດທີ່ກ່າວປາຖະກະຖາຢູ່ລັດຖະສະພາອິນໂດເນເຊຍ.

 

“ຕົ້ນສະຕະວັດທີ15, ທ່ານເຈີ້ງເຫີ ນັກເດີນທະເລທີ່ມີຊື່ສຽງສະໄໝລາຊະວົງມິງຂອງຈີນໄດ້ເດີນເຮືອທາງທະເລໄກ7ຄັ້ງ, ແຕ່ລະຄັ້ງລ້ວນແຕ່ໄດ້ໄປຢ້ຽມຢາມໝູ່ເກາະອິນໂດເນເຊຍໂດຍໄດ້ໄປຮອດໄປເຖິງຫຼາຍແຫ່ງເປັນຕົ້ນແມ່ນ ຊາວາ, ຊູມັດຕຣາ, ກາລີມັນຕັນ ແລະອື່ນໆ” ເຊິ່ງໄດ້ກຳເນີດເລື່ອງລາວທີ່ໜ້າປະທັບໃຈກ່ຽວກັບມິດຕະພາບແລະການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ,ໃນນັ້ນມີຫຼາຍເລື່ອງລາວໄດ້ຖືກເລົ່າສືບທອດກັນມາຈົນເຖິງທຸກມື້ນີ້.”  ທ່ານສີຈິ້ນຜິງໄດ້ຖອດຖອນບົດຮຽນຈາກປະຫວັດສາດໂດຍໄດ້ສະເໜີໂຄງຄວາມຄິດ “ເສັ້ນທາງສາຍໄໝທາງທະເລ”ອີກດ້ວຍ, ເພິ່ນກ່າວວ່າ: “ພາກພື້ນອາຊີຕາເວັນອອກສຽງໃຕ້ເປັນໃຈກາງສຳຄັນແຫ່ງ ‘ເສັ້ນທາງສາຍໄໝທາງທະເລ’ ມາຕັ້ງແຕ່ບູຮານນະການ, ຈີນຍິນດີຮ່ວມກັບບັນດາປະເທດສະມາຊິກອາຊຽນເພີ່ມທະວີການຮ່ວມມືທາງທະເລ, ຮ່ວມກັນສ້າງ ‘ເສັ້ນທາງສາຍໄໝທາງທະເລສະຕະວັດທີ21’”

 

ພໍແຕ່ທ່ານສີຈິ້ນຜິງຈົບຄວາມເວົ້າ, ຢູ່ໃນຫ້ອງປະຊຸມກໍມີສຽງຕົບມືດັງຂຶ້ນຢ່າງຟົດຟື້ນທັນທີເລີຍ.

 



  ໃນໄລຍະຢ້ຽມຢາມອິນໂດເນເຊຍຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ຮັບຂອງຂວັນລະດັບຊາດທີ່ມີເອກະລັກສີສັນຊົນເຜົ່າອີກອັນໜຶ່ງຄື ເຄື່ອງປັ້ນດິນເຜົາເຄືອບຮູບຊົງ ນັກຟ້ອນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ກຳມະວິທີເຄືອບກົ່ວແລະເຄື່ອງປັ້ນດິນເຜົາລ້ວນແຕ່ເປັນກຳມະວິທີດັ້ງເດີມຂອງຈີນທີ່ຜ່ານຈາກເສັ້ນທາງສາຍໄໝທາງທະເລບູຮານເຜີຍແຜ່ເຂົ້າສູ່ອິນໂດເນເຊຍ.

 

   ຈາກນີ້ຈຶ່ງຖືວ່າ ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄືການລວມ ເອົາ “ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລ ສະຕະວັດທີ21” ໄດ້ກຳເນີດເກີດຂຶ້ນ.  

 

ໃນເວລາທີ່ທົ່ວໂລກໄດ້ກ້າວເຂົ້າສູ່ຍຸກທີ່ມີການພັດທະນາ,ການປ່ຽນແປງແລະການສັບຊ້ອນຄັ້ງໃຫຍ່, ທ່ານສີຈິ້ນຜິງໄດ້ຖອດຖອນເອົາສະຕິປັນຍາແລະພະລັງ ແຮງຈາກເສັ້ນທາງສາຍໄໝບູຮານ, ຊຸກຍູ້ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງເປັນ ໂຄງການສະຕະວັດແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຈາກຈຸດເລີ່ມຕົ້ນໃໝ່, ເຮັດໃຫ້ເສັ້ນທາງສາຍໄໝພັນປີເກີດມີພະລັງຊີວິດຊີວາອີກຄັ້ງ ໜຶ່ງ.

 



ວັນທີ 17 ມັງກອນ 2017, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວ ປາຖະກະຖາໃນຫົວຂໍ້ຫຼັກຢູ່ກອງປະຊຸມເວທີເປິກສາຫາລືເສດຖະກິດໂລກດາວົສທີ່ປະເທດສະວິສ. ເພິ່ນໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ:  “ເມື່ອປະເຊີນໜ້າກັບກາລະໂອກາດແລະສິ່ງທ້າທາຍຈາກເສດຖະກິດໂລກາພິວັດ, ທາງເລືອກທີ່ຖືກຕ້ອງຄື ນຳໃຊ້ທຸກກາລະໂອກາດຢ່າງເຕັມທີ່, ຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍທຸກຢ່າງ, ນຳພາເສດຖະກິດໂລກາພິວັດໄປສູ່ທິດທາງທີ່ດີ, ເຮັດໃຫ້ບັນດາປະເທດຢູ່ໃນໂລກບັນລຸການເຕີບໂຕແບບປະສົມປະສານກັນ ແລະກ້າວເຂົ້າສູ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.”

 

ນີ້ກໍແມ່ນສະພາບເບື້ອງຫຼັງອັນເລິກເຊິ່ງແລະຄວາມໝາຍຕົວຈິງໃນປັດຈຸບັນທີ່ຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.

 

“ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ເນັ່ງຜ່ານແຜ່ນດິນໃຫຍ່ອາຊີ-ເອີຣົບ-ອາຟຣິກກາ, ເບື້ອງໜຶ່ງເປັນວົງເສດຖະກິດອາຊີຕາເວັນອອກທີ່ມີການພັດທະນາຢ່າງຄຶກຄື້ນມີຊີວິດຊີວາ,ອີກເບື້ອງໜຶ່ງແມ່ນວົງເສດຖະກິດເອີຣົບທີ່ຈະເລີນ, ສ່ວນພາກກາງແມ່ນ ບັນດາປະເທດຢູ່ພາກກາງແຜ່ນດິນໃຫຍ່ທີ່ມີກຳລັງແຮງບົ່ມຊ້ອນດ້ານການພັດທະນາອັນໃຫຍ່ຫຼວງ, ນອກນີ້ ໂຄງການ“ໜຶ່ງແລວໜຶ່ງເສັ້ນທາງ”ຍັງໄດ້ເປີດປະຕູ ຕໍ່ຄູ່ຮ່ວມມືທັງໝົດ.

 

10ປີຜ່ານມານີ້, ຈາກແຜນວາດອັນຍິ່ງໃຫຍ່ຈົນຮອດການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງສູງແລະເປັນເວທີການຮ່ວມມືສາກົນຂະໜາດໃຫຍ່ທີ່ສຸດ

 

ສອງຜົວເມຍທ່ານຈອນ ນາຍສເບັດ ນັກວິທະຍາສາດທີ່ຄາດຄະເນກ່ຽວກັບ ອະນາຄົດ ຜູ້ມີຊື່ສຽງຢູ່ໃນໂລກ ໄດ້ຕີລາຄາຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍລະບຸໄວ້ຢູ່ໃນປຶ້ມ “ທ່າອ່ຽງໃໝ່ຂອງໂລກ” ເຊິ່ງປະພັນໂດຍເຂົາເຈົ້າຄືແນວນີ້:  “ໃນປະຫວັດສາດບໍ່ເຄີຍມີໃຜທົດລອງຜ່ານຈາກການປະຕິບັດນະໂຍບາຍຕ່າງໆເພື່ອເຊື່ອມຕໍ່ປະເທດແລະທະວີບຫຼາຍປານນັ້ນໃນຂົງເຂດເສດຖະກິດ.”

 

ເປັນຫຍັງ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຈຶ່ງໄດ້ຮັບຄວາມນິຍົມໂດຍ ທົ່ວໄປ? ທ່ານປະທານ ສີຈິ້ນຜິງ ໄດ້ເປີດເຜີຍທາດແທ້ຂອງມັນຢ່າງເລິກເຊິ່ງວ່າ: ການພັດທະນາຄືກະແຈລວມໃນການແກ້ໄຂບັນຫາທຸກຢ່າງ. “ມີແຕ່ການພັດທະນາເທົ່ານັ້ນຈຶ່ງຈະສາມາດລຶບລ້າງຮາກເຫງົາແຫ່ງການປະທະກັນ, ມີແຕ່ການພັດທະນາເທົ່ານັ້ນ, ຈຶ່ງຈະສາມາດຮັບປະກັນສິດພື້ນຖານຂອງປະຊາຊົນ, ມີແຕ່ການພັດທະນາເທົ່ານັ້ນ, ຈຶ່ງຈະສາມາດຕອບສະໜອງຄວາມປາຖະໜາຢ່າງແຮງກ້າຂອງປະຊາຊົນທີ່ຢາກມີຊີວິດອັນດີງາມ.”

 

“ບັນດາປະເທດພ້ອມກັນພັດທະນາຈຶ່ງຈະເປັນການພັດທະນາທີ່ແທ້ຈິງ, ທຸກຄົນຮັ່ງມີຮ່ວມກັນຈຶ່ງຈະເປັນຄວາມຮັ່ງມີທີ່ແທ້ຈິງ.”

 

ຈີນມີຄຳບູຮານທີ່ວ່າ “ເມື່ອອຸດົມການອັນຍິ່ງໃຫຍ່ແລະສູງສົ່ງໄດ້ຮັບການ ປະຕິບັດແລ້ວ, ໂລກຈະເປັນຂອງທົ່ວປວງຊົນ” ເຊິ່ງເປັນເປົ້າໝາຍດ້ານຈິດ ໃຈທີ່ໄດ້ເຊື່ອມສານເຂົ້າໃນມູນເຊື້ອປະຊາຊາດຈີນແລ້ວ.

 

ຈາກເສັ້ນທາງສາຍໄໝໃນສະໄໝບູຮານຈົນຮອດ “ໜຶ່ງແລວໜຶ່ງເສັ້ນທາງ” ໃນທຸກມື້ນີ້, ໄດ້ຂ້າມການເວລານັບເປັນພັນປີ, ປະຊາຊົນຫຼາຍປະເທດ ພວມຮ່ວມ ກັນວາດພາບ “ໜຶ່ງແລວໜຶ່ງເສັ້ນທາງ” ອັນສວຍສົດງົດງາມ.