ເດີນທາງຮ່ວມກັນ

2023-10-14 19:38:00 cri

    ນີ້ແມ່ນເສັ້ນທາງທີ່ບຸກເບີກມາແຕ່ສະໄໝບູຮານ.

    ຢູ່ທ່າມກາງການເວລາທີ່ແຕກຕ່າງກັນ, ຊາວຈີນໄດ້ບຸກເບີກຊ່ອງທາງໃຫຍ່ ຜ່ານທາງບົກ ແລະ ທາງທະເລ ເຊິ່ງໄດ້ກາຍເປັນ “ເສັ້ນທາງສາຍໄໝ” ທີ່ໂດ່ງດັງໃນປະຫວັດສາດໂລກຢ່າງສະຫງ່າລາສີ

    ວີທີດີທີ່ສຸດໃນການສືບທອດປະຫວັດສາດ ກໍຄື ສ້າງປະຫວັດສາດອັນໃໝ່.

    ທ່ານປະທານສີຈິ້ນຜິງເຄີຍເວົ້າວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ: ຂໍພຽງແຕ່ພວກເຮົາເດີນໄປຕາມທິດທາງດຽວກັນ, ຮ່ວມຈິດຮ່ວມໃຈກັນ, ບໍ່ທໍ້ຖອຍ, ບໍ່ຢຸດເຊົາ, ໃນທີ່ສຸດ ພວກເຮົາຈະສາມາດຕ້ອນຮັບມື້ທີ່ມີເສັ້ນທາງເຊື່ອມຈອດກັນ ແລະ ຮ່ວມມືໄດ້ຮັບໄຊຊະນະຮ່ວມກັນ. ຂ້າພະເຈົ້າເຊື່ອໝັ້ນວ່າ: ພາລະກິດຂອງພວກເຮົາຈະໄດ້ຮັບການສືບທອດຕໍ່ໄປ ແລະ ສ້າງຜົນປະໂຫຍດໃຫ້ແກ່ລູກຫຼານຄົນຮຸ່ນຫຼັງຄືກັນກັບເສັ້ນທາງສາຍໄໝບູຮານ.