ຊຸກຍູ້ແລວເສດຖະກິດແມ່ນ້ຳຢາງຊີກຽງພັດທະນາແບບສີຂຽວ ແລະ ປະດິດສ້າງໃໝ່ຂອງແລວເສດຖະກິດແມ່ນ້ຳຢາງຊີກຽງ

2023-10-14 12:05:51 CRI

 


ລະຫວ່າງວັນທີ 10 ຫາ 13 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງຈ່ຽງຊີ່ຈີນ, ທັງເປັນປະທານກອງປະຊຸມສົນທະນາ ໂດຍວາງແຜນທີ່ຈະຊຸກຍູ້ການພັດທະນາແລວເສດຖະກິດແມ່ນ້ຳຢາງຊີກຽງດ້ວຍຄຸນນະພາບສູງ ເພື່ອຄ້ຳປະກັນ ແລະ ຮັບໃຊ້ຄວາມທັນສະໄໝແບບຈີນ.



ກ່ຽວກັບການພັດທະນາຂອງແລວເສດຖະກິດແມ່ນ້ຳຢາງຊີກຽງ, ທ່ານສີຈິ້ນຜິງໄດ້ເນັ້ນໜັກເຖິງ “ລະບົບນິເວດເປັນບຸລິມະສິດ”. ທ່ານຊີ້ອອກວ່າ: ເມື່ອເບິ່ງຈາກໄລຍະຍາວແລ້ວເຫັນວ່າ ການຊຸກຍູ້ໃຫ້ແລວເສດຖະກິດແມ່ນ້ຳຢາງຊີກຽງພັດທະນາດ້ວຍຄຸນນະພາບສູງ, ໂດຍພື້ນຖານແລ້ວຕ້ອງໄດ້ໃສ່ສິ່ງແວດລ້ອມນິເວດທີ່ມີຄຸນນະພາບສູງຕາມລ່ອງແມ່ນ້ຳຢາງຊີກຽງ, ຕ້ອງຖືເອົາການຫັນປ່ຽນຮູບແບບການພັດທະນາ ແລະ ການຍົກລະດັບອຸດສາຫະກຳຕາມທິດສີຂຽວເປັນວຽກງານສຳຄັນໃນລະດັບສູງ, ເລັ່ງລັດບຳລຸງສ້າງອຸດສາຫະກຳແບບສີຂຽວ ແລະ ກາກບອນຕ່ຳ, ຕັ້ງໜ້າພັດທະນາເຕັກໂນໂລຊີສີຂຽວ, ຜະລິດຕະພັນສີຂຽວ, ຍົກລະດັບເສດຖະກິດສີຂຽວ, ເພີ່ມທະວີກຳລັງແຮງບົ່ມຊ້ອນ ແລະ ກຳລັງຍືນຍົງຂອງການພັດທະນາ.

 


ທ່ານສີຈິ້ນຜິງໄດ້ສະເໜີຄວາມຮຽກຮ້ອງຕໍ່ແຂວງ ແລະ ເຂດປົກຄອງຕົນເອງລຽບຕາມແມ່ນ້ຳຢາງຊີກຽງ ຄື “ປະສານສົມທົບກັນ ເຊື່ອມໂຍງເຊື່ອມຈອດກັນ”, ເປິກສາຫາລືຮ່ວມກັນລະຫວ່າງແຂວງ, ຮ່ວມກັນຄຸ້ມຄອງລະບົບນິເວດ, ທົ່ວພາກພື້ນຮ່ວມກັນສ້າງສາ, ຮ່ວມກັນຊົມໃຊ້ຜົນການງານພັດທະນາ, ເພີ່ມທະວີລັກສະນະເຊື່ອມຈອດກັນດ້ານຄົມມະນາຄົມໃນພາກພື້ນ, ລັກສະນະເປັນເອກະພາບກັນດ້ານນະໂຍບາຍ, ລັກສະນະເປັນເອກະສັນກັນດ້ານລະບຽບການ ແລະ ລັກສະນະປະສານສົມທົບກັນໃນການຈັດຕັ້ງປະຕິບັດ, ຊຸກຍູ້ການສ້າງປະຊາຄົມຮ່ວມນິເວດ ແລະ ປະຊາຄົມຮ່ວມຜົນປະໂຫຍດຢ່າງໝັ້ນທ່ຽງ, ຊຸກຍູ້ພາກພື້ນຕ່າງໆພັດທະນາຢ່າງກົມກຽວ, ສ້າງແລວເສດຖະກິດແມ່ນ້ຳຢາງຊີກຽງເປັນກຸ່ມເສດຖະກິດທີ່ມີປະສິດທິຜົນສູງໂດຍເຊື່ອມໂຍງເຂົ້າກັນແບບກາຍອິນຊີ.

 

ໃນຊຸມປີມໍ່ໆມານີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປຄົບ 11 ແຂວງ ແລະ ເຂດປົກຄອງຕົນເອງລຽບຕາມແມ່ນ້ຳຢາງຊີກຽງ, ການປະດິດສ້າງໃໝ່ເປັນວຽກງານໜຶ່ງທີ່ເພິ່ນໄດ້ເອົາໃຈໃສ່ຕິດຕາມເປັນພິເສດ. ໃນການສຳຫຼວດກວດກາວຽກງານຢູ່ແຂວງຈ່ຽງຊີ່ຄັ້ງນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນອີກເທື່ອໜຶ່ງວ່າ: ຕ້ອງຕັ້ງໜ້າວາງແຜນຄົ້ນຄວ້າພັດທະນາເຕັກໂນໂລຊີທີ່ມີລັກສະນະນຳໜ້າໃນຂົງເຂດໃໝ່ ແລະ ການແຂ່ງຂັນອັນໃໝ່, ເພີ່ມທະວີກຳລັງແຂ່ງຂັນແກນກາງຂອງອຸດສາຫະກຳການຜະລິດຢ່າງຕໍ່ເນື່ອງ, ເລັ່ງລັດພັດທະນາອຸດສາຫະກຳຈະເລີນໃໝ່ທີ່ມີລັກສະນະຍຸດທະສາດ ແລະ ອຸດສາຫະກຳລັກສະນະເປັນອະນາຄົດ, ຊຸກຍູ້ການເປີດກວ້າງຕ່ອງໂສ້ອຸດສາຫະກຳທີ່ມີທ່າແຮງ, ສ້າງຕ່ອງໂສ້ອຸດສາຫະກຳຈະເລີນໃໝ່ ແລະອື່ນໆ.