ປະທານປະເທດລາວຈະເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3

2023-10-15 11:18:29 cri

ເວັບໄຊລາວພັດທະນາລາຍງານວ່າ, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານທອງລຸນ ສີສຸລິດ ປະທານປະເທດລາວຈະນຳພາຄະນະຜູ້ແທນຂັ້ນສູງເດີນທາງໄປປະເທດຈີນເພື່ອເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ.ຈີນ ລະຫວ່າງວັນທີ 17 ຫາ 18 ຕຸລານີ້. ກອງປະຊຸມເວທີເປິກສາຫາລືຄັ້ງນີ້ໄດ້ເນັ້ນຫົວຂໍ້ “ຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງຢ່າງມີຄຸນະພາບສູງ, ບັນລຸການພັດທະນາ ແລະ ຈະເລີນຮຸ່ງເຮືອງຮ່ວກມັນ” ເຊິ່ງເປັນກິດຈະກຳຄຶກຄື້ນທີ່ສຸດທີ່ລະນຶກການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ ທັງເປັນເວທີຮ່ວມມືທີ່ສຳຄັນທີ່ຝ່າຍຕ່າງໆເປິກສາຫາລືການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ.