ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ

2023-10-15 15:39:38 CRI

ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນຈັດຂຶ້ນໃນວັນທີ 13 ຕຸລານີ້, ທ່ານລິຕ້າຫຼຽງ ໂຄສົກອົງການພາສາແຫ່ງຊາດຈີນ, ຫົວໜ້າກົມວິໄຈ-ສະຖິຕິຂອງອົງການດັ່ງກ່າວກ່າວວ່າ: ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ.


ຕົວເລກຈາກດ່ານພາສີໃຫ້ຮູ້ວ່າ: ໃນໄລຍະສາມໄຕມາດຂອງປີນີ້, ຈີນສົ່ງອອກ ແລະ ນຳເຂົ້າຈາກອາຊຽນບັນລຸເຖິງ 4.680 ຕື້ຢວນ, ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກວມຍອດມູນຄ່າກາຄ້າກັບຕ່າງປະເທດຂອງຈີນເຖິງ 15,2%.


ໃນສາມໄຕມາດຂອງປີນີ້, ຜະລິດຕະພັນກ່ອນສຳເລັດຮູບໄດ້ກວມອັດຕາສ່ວນຂອງຍອດມູນຄ່າການນຳເຂົ້າ-ສົ່ງອອກລະຫວ່າງຈີນກັບອາຊຽນເຖິງ 64,3%. ອາຊຽນແມ່ນແຫຼ່ງນຳເຂົ້າໃຫຍ່ອັນດັບໜຶ່ງຂອງຈີນໃນອາໄລ່ອຸປະກອນເຄື່ອງສຽງ-ວີດີໂອ, ຊຸດໜ້າຈໍ ແລະຜະລິດຕະພັນອື່ນໆ.


ໃນສາມໄຕມາດຜ່ານມາ, ຈີນນຳເຂົ້າຜະລິດຕະພັນກະສິກຳຈາກອາຊຽນມີເຖິງ 193,24 ຕື້ຢວນ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ການນຳເຂົ້າຜະລິດຕະພັນກະສິກຳທີ່ມີເອກະລັກພິເສດຂອງອາຊຽນໄດ້ເພີ່ມຂຶ້ນຢ່າງພົ້ນເດັ່ນ, ການນຳເຂົ້າໝາກໄມ້ສົດ, ໝາກໄມ້ແຫ້ງ ແລະ ໝາກໄມ້ເປືອກແຂງມີເຖິງ 61,46 ຕື້ຢວນ, ເພີ່ມຂຶ້ນ 35,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນໝາກທົ່ວລຽນ, ໝາກມັງຄຸດ ແລະ ໝາກນັດຕ່າງໄດ້ເພີ່ມຂຶ້ນ 81,1%, 17% ແລະ 14,4% ຕາມລຳດັບ.