ມັງກອນໂຄໂມໂດແດງ

2023-10-15 17:22:30 CRI


    ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ເປັນໂຄງການທຳອິດທີ່ທົ່ວລະບົບ, ປັດໄຈຄົບທຸກຢ່າງ ແລະ ຕ່ອງໂສ້ອຸດສາຫະກຳຄົບຊຸດ ແຫ່ງເສັ້ນທາງລົດໄຟຄວາມໄວສູງຂອງຈີນກ້າວອອກໄປສູ່ຕ່າງປະເທດ. ໄລຍະ 10 ປີຜ່ານມາ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຮັດໃຫ້ຈີນ ແລະ ອິນໂດເນເຊຍຂຶ້ນ “ລົດໄຟຄວາມໄວສູງແຫ່ງການພັດທະນາຮ່ວມກັນ”.


    ຍ້ອນຂະບວນລົດໄຟໄດ້ຕົບແຕ່ງທາດ້ວຍສີແດງ ແລະ ສີນ້ຳເງິນ ຕາມວັດທະນະທຳພື້ນເມືອງຂອງອິນໂດເນເຊຍ, ພ້ອມດ້ວຍລວດລາຍຂອງມັງກອນໂຄໂມໂດທີ່ເປັນສັດລ້ຳຄ່າລະດັບຊາດຂອງອິນໂດເນເຊຍ, ລົດໄຟຄວາມໄວສູງຈາກາຕາ-ບັນດຸງຈຶ່ງຖືກຕັ້ງຊື່ເອີ້ນວ່າ: ໂຄໂມໂດແດງ.