ເປີດນຳໃຊ້ສະໜາມບິນສາກົນອັງກໍຊຽມລຽບກຳປູເຈຍຢ່າງເປັນທາງການ

2023-10-16 12:19:50 cri



ເວລາ 9 ໂມງຂອງວັນທີ16ຕຸລານີ້, ເຮືອບິນໂດຍສານລຳທຳອິດໄດ້ລົງຈອດຢູ່ສະໜາມບິນສາກົນອັງກໍຊຽມລຽບກຳປູເຈຍ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ສະໜາມບິນສາກົນແຫ່ງນີ້ ເຊິ່ງເປັນໂຄງການສັນຍາລັກທີ່ຈີນ-ກຳປູເຈຍຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເປີດນຳໃຊ້ຢ່າງເປັນທາງການ. ນີ້ຍັງເປັນສະໜາມບິນສາກົນແຫ່ງທຳອິດທີ່ວິສາຫະກິດຈີນປະຕິບັດການລົງທຶນ,ກໍ່ສ້າງແລະຮູບແບບດຳເນີນທຸລະກິດຢູ່ຕ່າງປະເທດມາເຖິງປັດຈຸບັນ.

ໃນໄລຍະເບື້ອງຕົ້ນແຫ່ງການດຳເນີນທຸລະກິດຂອງສະໜາມບິນແຫ່ງໃໝ່ແມ່ນສາມາດຂົນສົ່ງຜູ້ໂດຍສານໄດ້ເຖິງ7ລ້ານເທື່ອຄົນຕໍ່ປີ, ຮອດປີ2030ອາດຈະເພີ່ມຂຶ້ນເປັນ10ລ້ານເທື່ອຄົນ, ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບໃສ່ປະລິມານການຂົນສົ່ງໂດຍສານຂອງສະໜາມບິນຊຽມລຽບໃນໄລຍະຜ່ານມາທີ່ມີພຽງປະມານ2ລ້ານເທື່ອຄົນຕໍ່ປີເທົ່ານັ້ນ. ລານແລ່ນຂອງສະໜາມບິນສາກົນອັງກໍເປັນລະດັບ4E, ສາມາດຕອບສະໜອງກັບການຂຶ້ນລົງຂອງເຮືອບິນໂດຍສານຂະໜາດໃຫຍ່ທີ່ຖືກນຳໃຊ້ທົ່ວໄປໃນປັດຈຸບັນ ແລະຍັງໄດ້ໃຫ້ການຄ້ຳຊູຢ່າງແຂງແຮງແກ່ການເປີດເສັ້ນທາງການບິນທາງໄກຂ້າມທະວີບອີກດ້ວຍ.