“ໜຶ່ງແລວໜຶ່ງເສັ້ນທາງ”ພາກທີ2: ຜົນງານອັນອຸດົມສົມບູນ

2023-10-16 15:01:39 cri



 ລະດູໃບໄມ້ຫຼົ່ນປີ2013, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” (ຊື່ເຕັມແມ່ນ: ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລສະຕະວັດທີ21),ຕະຫຼອດໄລຍະ10ປີຜ່ານມານີ້, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບຜົນງານອັນອຸດົມສົມບູນ.

 



ວັນທີ22ມິຖຸນາ2016, ຢູ່ສະພານິຕິບັນຍັດ ເຊິ່ງເປັນສະພາສູງສຸດຂອງອຸສເບກິດສະຖານ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສສຳຄັນ

   ວັນທີ22ມິຖຸນາ2016, ຢູ່ສະພານິຕິບັນຍັດ ເຊິ່ງເປັນສະພາສູງສຸດຂອງອຸສເບກິດສະຖານ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຊີ້ແຈງຢ່າງລະອຽດກ່ຽວກັບຈຸດປະສົງເບື້ອງຕົ້ນໃນການສະເໜີ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”: “ ຂໍ້ລິເລີ່ມ‘ໜຶ່ງແລວໜຶ່ງສັ້ນທາງ’ເປັນແຜນການເພື່ອຄວາມຈະເລີນຮຸ່ງເຮືອງແລະການພັດທະນາຮ່ວມກັນ ເຊິ່ງເຕັມໄປດ້ວຍສະຕິປັນຍາຂອງປະເທດຕາເວັນອອກສະບັບໜຶ່ງທີ່ຈີນສະໜອງໃຫ້ກັບໂລກ, ສະເໜີອອກໂດຍອີງຕາມແຮງບັນດານໃຈອັນລ້ຳຄ່າຈາກເສັ້ນທາງສາຍໄໝບູຮານ ແລະສຸມໃສ່ຄວາມໃຝ່ຝັນຮ່ວມກັນຂອງປະຊາຊົນບັນດາປະເທດເພື່ອສະແຫວງຫາສັນຕິພາບແລະການພັດທະນາ.”

 

   ນັບແຕ່ສະເໜີຂໍ້ລິເລີ່ມເປັນເວລາ10ປີມານີ້, ການແລກປ່ຽນດ້ານເສດຖະກິດການຄ້າ, ການຮ່ວມມືດ້ານໂຄງການໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ເປັນສັກຂີພິຍານໃຫ້ແກ່ການເຊື່ອມສານຈິດໃຈແລະເຊື່ອມໂຍງຜົນປະໂຫຍດລະຫວ່າງບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.

 

ວັນທີ13ພະຈິກ2017, ຢູ່ນະຄອນຫຼວງວຽງຈັນ, ຈາກສະໜາມບິນສາກົນວັດໄຕຈົນຮອດໂຮງແຮມທີ່ພັກຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ມີຜູ້ຄົນທີ່ອອກມາຕ້ອນຮັບແຂກເມືອງຈີນຢູ່ຕາມສອງຟາກທາງຢ່າງບໍ່ຂາດສາຍ.

 

ການຢ້ຽມຢາມປະເທດລາວຂອງທ່ານສີຈິ້ນຜິງເທື່ອນີ້ແມ່ນສຸມໃສ່ຄວາມຜາສຸກຂອງປະຊາຊົນສອງຊາດຈີນ-ລາວ ກໍຄືຊຸກຍູ້ການຮ່ວມມືຕົວຈິງ.

 

ທ່ານປະທານສີຈິ້ນຜິງ ໄດ້ພົບປະເຈລະຈາກັບທ່ານບຸນຍັງວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປລາວໃນເວລານັ້ນ ໂດຍສອງຝ່າຍເຫັນດີເລັ່ງເອົາຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ຂອງຈີນເຊື່ອມຕໍ່ເຂົ້າກັບຍຸດທະສາດຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນຂອງລາວ, ຮ່ວມກັນສ້າງແລວເສດຖະກິດຈີນ-ລາວ, ຊຸກຍູ້ໂຄງການສັນຍາລັກຕ່າງໆເຊັ່ນ ເສັ້ນທາງລົດໄຟຈີນ-ລາວເປັນຕົ້ນ, ເພື່ອຊຸກຍູ້ໃຫ້ການຮ່ວມມືຕົວຈິງສອງຝ່າຍສ້າງຜົນປະໂຫຍດຕົວຈິງໃຫ້ກັບປະຊາຊົນຂອງສອງປະເທດ.

 

ຫຼັງຈາກນັ້ນ 4 ປີ ຄືໃນວັນທີ 3 ທັນວາ 2021 ເສັ້ນທາງລົດໄຟຈີນ-ລາວ ທີ່ປຽບເໝືອນ“ມັງກອນເຫຼັກ” ໄດ້ບິນຂ້າມຜ່ານພູຜາແມ່ນ້ຳ ເຊິ່ງເປັນການເປີດການໄປມາຫາສູ່ກັນດ້ວຍລົດໄຟລະຫວ່າງນະຄອນຄຸນມິງສປຈີນຮອດນະຄອນ ຫຼວງວຽງຈັນສປປລາວ.

 



ເສັ້ນທາງລົດໄຟຈີນ-ລາວ

ເສັ້ນທາງລົດໄຟຈີນ-ລາວໄດ້ປ່ຽນແປງປະຫວັດສາດຂອງລາວທີ່ຜ່ານມາມີພຽງທາງລົດໄຟຕອນດຽວຍາວປະມານ3ກິໂລແມັດເຄິ່ງເທົ່ານັ້ນ. ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປລາວໄດ້ອຸທານຂຶ້ນພາຍຫຼັງທີ່ໄດ້ຂີ່ລົດໄຟຈີນ-ລາວວ່າ: “ມີເສັ້ນທາງກໍຈະມີໂອກາດການພັດທະນາ.”

 

  ອີງຕາມຂໍ້ມູນສະຖິຕິຫຼ້າສຸດ, ນັບມາຮອດວັນທີ3ຕຸລາ2023, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດຫຼາຍກວ່າ 21 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 26,8 ລ້ານໂຕນ, ກາຍເປັນເສັ້ນທາງຄຳສາກົນທີ່ເຊື່ອມໂຍງເຊື່ອມຈອດທັງພາຍໃນແລະຕ່າງປະເທດ, ສົ່ງຜົນປະໂຫຍດໃຫ້ບໍລິເວນອ້ອມຮອບ, ສອງຝ່າຍຊ່ວຍຊູຍູ້ໜູນກັນ, ປອດໄພແລະມີປະສິດທິພາບສູງ.

 

   ຈາກເສັ້ນທາງລົດໄຟມົມບາຊາ-ໄນໂຣບີປະເທດເຄນຢາ ຈົນຮອດ ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ປະເທດອິນໂດເນເຊຍ, ຈາກທ່າກຳປັ່ນກົວດາປະເທດປາກິດສະຖານຈົນຮອດເມືອງທ່າໂຄລົມໂບ(Colombo)ປະເທດສີລັງກາ, ຈາກຂົວມິດຕະພາບຈີນ-ມານດິຟຈົນຮອດໂຄງການສົ່ງກະແສໄຟຟ້າແຮງ ສູງເບໂລມອນເຕ ປະເທດບຣາຊີນແລະອື່ນໆ ອາດເວົ້າໄດ້ວ່າ ໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ແຕກດອກອອກຜົນໄປເລື້ອຍໆ.

 

ຫາງສຽງທັງພາຍໃນປະເທດຈີນແລະຕ່າງປະເທດໄດ້ຕີລາຄາວ່າ: ໄປຄຽງຄູ່ກັບການເວລາຜ່ານໄປ, ແຜນວາດ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ຮັບການປະຕິບັດໃຫ້ເປັນຮູບປະທຳຢ່າງບໍ່ຢຸດຢັ້ງ, ມັນຄືກັນກັບຂະບວນວິວັດທຳມະຊາດທີ່ເຕີບໃຫຍ່ຂຶ້ນເລື້ອຍໆ, ບໍ່ເຄີຍມີຂໍ້ລິເລີ່ມອື່ນໃດທີ່ມີຊີວິດຊີວາຄືນແນວນີ້.

 

ທ່ານມາຕິນ ອັນບຣາວ ນັກສັງຄົມສາດຂອງອັງກິດ, ໜຶ່ງໃນຜູ້ລິເລີ່ມນິຍາມໂລກາພິວັດໄດ້ລະບຸໃນປຶ້ມທີ່ມີຊື່ວ່າ “ບົດບາດຂອງຈີນໃນປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ: ທິດສະດີກ່ຽວກັບກຳລັງນຳພາໄປສູ່ໂລກ”ຄືແນວນີ້: “‘ໜຶ່ງແລວໜຶ່ງເສັ້ນທາງ’ໄດ້ເຮັດໃຫ້ການພັດທະນາໂດຍສັນຕິຂອງຈີນເຊື່ອມໂຍງເຂົ້າກັບຄວາມຈະເລີນຮຸ່ງເຮືອງແລະຄວາມສຸກຂອງທົ່ວໂລກ.”

 

ວັນທີ31ກໍລະກົດ2023, ພິທີສະເຫຼີມສະຫຼອງການລິເລີ່ມສ້າງແລວເສດຖະກິດຈີນ-ປາກິດສະຖານຄົບຮອບ10ໄດ້ຈັດຂຶ້ນຢູ່ນະຄອນຫຼວງອິສລາມາບັດປະເທດປາກິດສະຖານ, ທ່ານສີຈິ້ນຜິງໄດ້ສົ່ງຈົດໝາຍຊົມເຊີຍໂດຍລະບຸວ່າ:ແລວເສດຖະກິດຈີນ-ປາກິດສະຖານເຊິ່ງເປັນໂຄງການສຳຄັນທີ່ທົດລອງໄປກ່ອນແລະລົງມືເຮັດກ່ອນໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບຜົນງານໃນໄລຍະເບື້ອງຕົ້ນຈຳນວນໜຶ່ງແລ້ວ, ເຊິ່ງໄດ້ເພີ່ມແຮງຂັບເຄື່ອນອັນໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງປາກິດສະຖານ, ທັງໄດ້ສ້າງພື້ນຖານທີີ່ດີໃຫ້ກັບຂະບວນການເຊື່ອມຈອດກັນແລະເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນຂອງພາກພື້ນ.

 

ຜົນງານອັນອຸດົມສົມບູນໃນການສ້າງ ແລວເສດຖະກິດຈີນ-ປາກິດສະຖານແມ່ນສາມາດເຫັນໄດ້ຈາກຂໍ້ມູນສະຖິຕິດັ່ງນີ້: ນັບມາຮອດທ້າຍປີ2022,ແລວເສດຖະກິດຈີນ-ປາກິດສະຖານໄດ້ນຳເອົາການລົງທຶນໂດຍກົງມາສູ່ປາກິດສະຖານລວມມູນຄ່າ 25,4 ຕື້ໂດລາ,  ສ້າງວຽກເຮັດງານທຳທັງໝົດ236.000ຕຳແໜ່ງ, ຊ່ວຍປາກິດສະຖານສ້າງເສັ້ນທາງດ່ວນເພີ່ມຂຶ້ນ 510 ກິໂລແມັດ, ສ້າງກຳລັງຕິດຕັ້ງໄຟຟ້າ 8.000 ເມກາວັດ ແລະຕາໜ່າງສົ່ງໄຟຟ້າໃຈກາງແຫ່ງຊາດຍາວເຖິງ886ກິໂລແມັດ.

 

ແລວເສດຖະກິດຈີນ-ປາກິດສະຖານເປັນພຽງຕົວຢ່າງໜຶ່ງເທົ່ານັ້ນທີ່ສ່ອງແສງໃຫ້ເຫັນເຖິງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ເຮັດໃຫ້ໂລກສວຍງາມຍິ່ງຂຶ້ນ. ຍ້ອນມີການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ອາຟຣິກາຕາເວັນອອກຈຶ່ງມີເສັ້ນທາງດ່ວນສາຍທຳອິດ, ມານດິຟມີຂົວຂ້າມທະເລແຫ່ງທຳອິດ, ກາຊັກສະຖານມີທາງອອກສູ່ທະເລເປັນຄັ້ງທຳອິດ, ໂດຍຜ່ານຂະບວນລົດໄຟດ່ວນຈີນ-ເອີຣົບທີ່ແລ່ນຕາມແຜ່ນດິນໃຫຍ່ອາຊີ-ເອີຣົບໄດ້ເຊື່ອມຕໍ່ເຂົ້າກັບ “ຊ່ອງທາງໃຫຍ່”ການຄ້າສາກົນ…

 

ທ່ານ ໂຣເບີດ ໂລເຣນສ ຄູເອນ ປະທານມູນນິທິຄູເອນອາເມຣິກາໃຫ້ທັດສະນະວ່າ: “ ‘ໜຶ່ງແລວໜຶ່ງເສັ້ນທາງ’ເປັນແຜນການທີ່ແທ້ຈິງຢ່າງມີການປະດິດສ້າງແລະມີລັກສະນະບຸກເບີກທີ່ຈີນປະກອບສ່ວນເຂົ້າໃນຄວາມສິວິໄລຂອງມວນມະນຸດ, ມັນຈະກາຍເປັນໜຶ່ງໃນເລື່ອງລາວຍິ່ງໃຫຍ່ທີ່ສຸດໃນສະຕະວັດທີ21”

 

   ຕົວລະຄອນເອກຂອງເລື່ອງລາວແມ່ນຜູ້ຄົນແຕ່ລະຄົນທີ່ພວມເດີນຕາມເສັ້ນທາງແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ນັ້ນເອງ.

 

   ຢູ່ແຂວງຄູເນເນ ທີ່ເປັນເຂດແດນແຫ້ງແລ້ງຂາດເຂີນນ້ຳຂອງປະເທດອັງໂກລາ, ເນື່ອງຈາກມີໂຄງການຕ້ານແລ້ງຢູ່ແຂວງຄູເນເນທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນ, ເງື່ອນໄຂການໃຊ້ນ້ຳຂອງຊາວບ້ານໃນທ້ອງຖິ່ນຈຶ່ງໄດ້ຮັບການປັບປຸງໃຫ້ດີຂຶ້ນ.

 

   ພາຍໃຕ້ການຊີ້ນຳຈາກຜູ້ຊ່ຽວຊານຈີນ, ຄອບຄົວປູກຝັງໃນໂຄງການຮ່ວມມືກະສິກຳໄຊໄຊຈີນ-ອາຟຣິກກາຢູ່ປະເທດໂມຊຳບິກໄດ້ກຳກັບວິທີການປູກຝັງຢ່າງມີວິທະຍາສາດ ໂດຍສາມາດບັນຊາກົນຈັກກະສິກຳຢ່າງຊຳນານ ເຮັດໃຫ້ຄອບຄົວມີລາຍໄດ້ເພີ່ມຂຶ້ນທົບເທົ່າ.

 

   ເວົ້າສຳລັບປະຊາຊົນຂອງບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ແລ້ວ,  “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນໝາຍເຖິງ ນ້ຳ,ໄຟຟ້າ,ເສັ້ນທາງແລະຂົວ, ໝາຍເຖິງ ການເພີ່ມຂຶ້ນຂອງລາຍຮັບ, ຊີວິດການເປັນຢູ່ທີ່ດີຂຶ້ນກໍຄືອະນາຄົດທີ່ໜ້າຄອງຄອຍ.

 



ໂຄງການເຄື່ອນໄຟຟ້າຄາໂລດຂອງປາກິດສະຖານ


   ອີງຕາມບົດລາຍງານຄົ້ນຄວ້າຂອງທະນາຄານໂລກຄາດຄະເນວ່າ, ເມື່ອຮອດປີ2030, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຈະເຮັດໃຫ້ປະຊາຊົນຢູ່ປະເທດທີ່ກ່ຽວຂ້ອງຈຳນວນ  7,6 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກທີ່ສຸດ, 32ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກລະດັບປານກາງ, ການຄ້າຂອງປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະເຕີບໂຕ 2,8%ຫາ 9,7%, ການຄ້າທົ່ວໂລກຈະເຕີບໂຕ 1,7% ຫາ 6,2%, ລາຍຮັບທົ່ວໂລກຈະເພີ່ມຂຶ້ນ 0,7%ຫາ 2,9%.

 

   ສະຫຼຸບແລ້ວ, ຂໍ້ລິເລີ່ມຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ກຳເນີດມາຈາກຈີນ ແຕ່ໂອກາດແລະຜົນໄດ້ຮັບຂອງມັນເປັນຂອງທົ່ວໂລກ.