ມຽນມາຈັດກິດຈະກຳລະນຶກວັນຄົບຮອບ 8 ປີແຫ່ງການລົງນາມໃນສັນຍາຢຸດຍິງທົ່ວປະເທດ

2023-10-16 15:45:05 cri

ກິດຈະກຳລະລຶກວັນເຊັນສັນຍາຢຸດຍິງທົ່ວປະເທດມຽນມາຄົບຮອບ 8 ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍໃນວັນທີ 15 ຕຸລານີ້. ມີຜູ້ຕາງໜ້າຈາກຄະນະກຳມະການບໍລິຫານປະເທດມຽນມາ, ກຳລັງປ້ອງກັນປະເທດມຽນມາ, ບັນດາພັກການເມືອງ, ນັກການທູດມຽນມາແລະທ່ານອື່ນໆໄດ້ເຂົ້າຮ່ວມພິທີດັ່ງກ່າວ.


ທ່ານມິນອອງລາຍ ປະທານຄະນະກຳມະການບໍລິຫານປະເທດມຽນມາ, ປະທານຄະນະກຳມະການປະສານງານຄວາມສາມັກຄີ ແລະ ສັນຕິພາບແຫ່ງຊາດມຽນມາ ກ່າວຄຳເຫັນຕໍ່ພິທີວ່າ: ການເຊັນສັນຍາຢຸດຍິງທົ່ວປະເທດບໍ່ແມ່ນເລື່ອງງ່າຍ, ທ່ານຮຽກຮ້ອງໃຫ້ກຸ່ມປະກອບອາວຸດຊົນເຜົ່າທ້ອງຖິ່ນຕ່າງໆ ທີ່ໄດ້ລົງນາມໃນສັນຍາດັ່ງກ່າວຈົ່ງປະຕິບັດຕາມຄຳໝັ້ນສັນຍາ ແລະໄດ້ເຊື້ອເຊີນກຸ່ມປະກອບອາວຸດຊົນເຜົ່າທ້ອງຖິ່ນທີ່ຍັງບໍ່ທັນລົງນາມໃນສັນຍາດັ່ງກ່າວນັ້ນ ຈົ່ງລົງນາມໃນສັນຍາ ເພື່ອສ້າງສັນຕິພາບຮ່ວມກັນ.


ຫຼັງຈາກມຽນມາໄດ້ຮັບເອກະລາດໃນປີ 1948 ແລ້ວ, ຍັງມີກຸ່ມປະກອບອາວຸດຊົນເຜົ່າທ້ອງຖິ່ນຫຼາຍສິບກຸ່ມ. ນັບແຕ່ເດືອນພະຈິກປີ 2013 ເປັນຕົ້ນມາ, ພາຍຫຼັງໄດ້ດຳເນີນການເຈລະຈາສັນຕິພາບ 9 ຮອບ, ລັດຖະບານມຽນມາໄດ້ເຊັນສັນຍາຢຸດຍິງທົ່ວປະເທດກັບ 8 ກຸ່ມປະກອບອາວຸດຊົນເຜົ່າທ້ອງຖິ່ນໃນເດືອນຕຸລາປີ 2015. ໃນເດືອນກຸມພາປີ 2018, ມີ ກຸ່ມປະກອບອາວຸດຊົນເຜົ່າທ້ອງຖິ່ນອີກສອງກຸ່ມໄດ້ລົງນາມໃນສັນຍາຢຸດຍິງທົ່ວປະເທດ.