ເຈົ້າໜ້າທີ່ແລະນັກວິຊາການຈີນ-ອາຊຽນຮ່ວມກັນເປິກສາຫາລືເພື່ອເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວເພື່ອສຸຂະພາບ

2023-10-16 12:31:22 CRI

 

   ເວທີເປິກສາຫາລືສາກົນຢາພື້ນເມືອງ ແລະ ການທ່ອງທ່ຽວເພື່ອສຸຂະພາບ ຈີນ-ອາຊຽນ 2023 ໄດ້ຈັດຂຶ້ນໃນວັນທີ 15 ຕຸລານີ້ຢູ່ເມືອງປົກຄອງຕົນເອງເຜົ່າຢ້າວປ່າມາ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ. ເວທີເປິກສາຫາລືຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ວັດທະນະທໍາບໍາລຸງຮັກສາສຸຂະພາບດ້ວຍຢາພື້ນເມືອງ ແລະ ການພັດທະນາຂະແໜງການທ່ອງທ່ຽວເພື່ອສຸຂະພາບ” ໂດຍມີເຈົ້າໜ້າທີ່, ຜູ້ຊ່ຽວຊານ ແລະ ນັກວິຊາການ ພ້ອມດ້ວຍນັກທຸລະກິດຈີນ ແລະ ອາຊຽນທັງໝົດ 200 ກວ່າຄົນເຂົ້າຮ່ວມເພື່ອເປິກສາຫາລືຫົວຂໍ້ຕ່າງໆ ເຊັ່ນ: ການພັດທະນາແລະການຮ່ວມມືດ້ານຢາພື້ນເມືອງ ແລະ ການທ່ອງທ່ຽວເພື່ອສຸຂະພາບ ເປັນຕົ້ນ.


   ໃນໂອກາດນີ້, ເຈົ້າໜ້າທີ່ຈາກປະເທດສະມາຊິກອາຊຽນໄດ້ສະແດງຄວາມຄອງຄອຍຕໍ່ການລົງເລິກການຮ່ວມມືດ້ານການທ່ອງທ່ຽວເພື່ອສຸຂະພາບກັບຈີິນ. ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວຢືນຢັນວ່າ: ວັດທະນະທໍາບໍາລຸງຮັກສາສຸຂະພາບດ້ວຍຢາພື້ນເມືອງ ແລະ ການທ່ອງທ່ຽວເພື່ອສຸຂະພາບເປັນຂະແໜງການໃໝ່ຢູ່ໃນລາວ ເຊິ່ງລາວຫວັງຢາກລົງເລິກການຮ່ວມມືກັບຈີນ, ຖອດຖອນບົດຮຽນກ່ຽວກັບຜະລິດຕະພັນຢາພື້ນເມືອງ ກໍຄື ວິທີປິ່ນປົວແບບດັ້ງເດີມ ເພື່ອຍົກລະດັບມາດຕະຖານການທ່ອງທ່ຽວເພື່ອສຸຂະພາບໃຫ້ສູງຂຶ້ນຕື່ມອີກ. ທ່ານ ປຣັກ ປັນນາຣາ ເລຂາທິການວຽກງານແຫ່ງກະຊວງການທ່ອງທ່ຽວກໍາປູເຈຍກ່າວວ່າ: ກໍາປູເຈຍ-ຈີນ ມີທ່າແຮງຢ່າງຫຼວງຫຼາຍໃນການຮ່ວມມືດ້ານຂະແໜງການທ່ອງທ່ຽວ ເຊິ່ງສາມາດເພີ່ມທະວີການຮ່ວມມືໃນອະນາຄົດ, ລວມທັງການສ້າງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ສ້າງການທ່ອງທ່ຽວແບບດີຈີຕອນ ແລະ ອື່ນໆ.


   ເວທີເປິກສາຫາລືສາກົນຢາພື້ນເມືອງ ແລະ ການທ່ອງທ່ຽວເພື່ອສຸຂະພາບ ຈີນ-ອາຊຽນ ເປັນເວທີເປິກສາຫາລືລະດັບສູງພາຍໃຕ້ຂອບງານວາງສະແດງສິນຄ້າຈີນ-ອາຊຽນ, ທຸກໆ 2 ປີຈັດຂຶ້ນຄັ້ງໜຶ່ງ ເຊິ່ງປີນີ້ເປັນຄັ້ງທີ 5.