10 ປິ ທີ່ຂໍ້ລິເລີ່ມໄດ້ນຳເອົາການປ່ຽນແປງອັນເລິກເຊິ່ງມາໃຫ້ແກ່ໂລກ

2023-10-17 10:24:01 cri

ອີງຕາມຂ່າວທາງການຈີນແຈ້ງໃຫ້ຮູ້ວ່າ, ກອງປະຊຸມສຸດຍອດວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນລະຫວ່າງວັນທີ 17 ຫາ 18 ຕຸລານີ້, ໄດ້ດຶງດູດຜູ້ແທນຈາກ 140 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນເຂົ້າຮ່ວມ ເພື່ອການຮ່ວມມື ແລະ ຊຸກຍູ້ການພັດທະນາຮ່ວມກັນ. ສາເຫດຕົ້ນຕໍທີ່ດຶງດູດແຂກເຂົ້າຮ່ວມຫຼາຍປານນີ້, ກໍແມ່ນຍ້ອນວ່າ ໃນ 10 ປີຜ່ານມາ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ນຳເອົາການປ່ຽນແປງອັນເລິກເຊິ່ງມາໃຫ້ແກ່ໂລກ.

10 ປີຜ່ານມາ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງໂຄງການຮ່ວມມືຫຼາຍກວ່າ 3.000 ໂຄງການ, ໄດ້ດຶງດູດການລົງທຶນຫຼາຍພັນຕື້ໂດລາ. ນັບມາຮອດທ້າຍເດືອນມິຖຸນາປີ 2023, ຈີນໄດ້ເຊັນເອກະສານຮ່ວມມືໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” 200 ກວ່າສະບັບກັບ 150 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນ. ຜົນການຄົ້ນຄວ້າຂອງທະນາຄານໂລກສະແດງໃຫ້ເຫັນວ່າ: ການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງຮອບດ້ານ ໄດ້ເຮັດໃຫ້ຍອດມູນຄ່າການຄ້າລະຫວ່າງປະເທດຮ່ວມກັນສ້າງເພີ່ມຂຶ້ນ 4,1%; ເມື່ອຮອດປີ 2023, ຄາດວ່າທຸກປີຈະນຳເອົາລາຍຮັບ 1.600 ຕື້ໂດລາມາໃຫ້ແກ່ໂລກ, ອາດຈະເຮັດໃຫ້ປະຊາກອນ 7,6 ລ້ານຄົນໃນບັນດາປະເທດຮ່ວມກັນສ້າງ ຫຼຸດພົ້ນອອກຈາກຄວາມທຸກຍາກ.

ອີງຕາມຂ່າວທາງການຈີນແຈ້ງໃຫ້ຮູ້ວ່າ: ກອງປະຊຸມເວທີເປິກສາຫາລືຄັ້ງນີ້ຈະສຸມໃສ່ຂົງເຂດເຊື່ອມຈອດກັນ, ການພັດທະນາແບບສີຂຽວ, ເສດຖະກິດດີຈີຕອນ ແລະອື່ນໆ ພ້ອມທັງຈະກ້າວເຖິງໝາກຜົນການຮ່ວມມືຕ່າງໆຫຼາຍກວ່າສອງຄັ້ງທີ່ຜ່ານມາ ເຊິ່ງສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ “ໜຶ່ງແລວໜຶ່ງເສັ້ນທາງ” ມາຈາກຈີນ, ເປັນຂອງໂລກ ແລະ ສ້າງຜົນປະໂຫຍດໃຫ້ແກ່ມວນມະນຸດ.