ເປັນຫຍັງການແກ້ໄຂບັນຫາປາເລັສຕິນຕ້ອງແມ່ນ “ແຜນການສອງປະເທດ”?

2023-10-17 10:59:40 cri

ມາຮອດປັດຈຸບັນນີ້, ການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິດສະຣາແອນໄດ້ແກ່ຍາວມາເປັນເວລາໜຶ່ງອາທິດແລ້ວ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 3.500 ກວ່າຄົນ. ອົງການສະຫະປະຊາຊາດກ່າວເຕືອນວ່າ, ສະຖານະການມະນຸດສະທຳຢູ່ເຂດກາຊາພວມຊຸດຮ້າຍລົງຢ່າງວ່ອງໄວ.


ເປັນຫຍັງປາເລັສຕິນກັບອິສຣາແອນຈິ່ງເກີດການປະທະກັນເລື້ອຍໆ? ສາເຫດຕົ້ນຕໍແມ່ນຍ້ອນວ່າ, ຄວາມປາຖະໜາໃນການສ້າງຕັ້ງປະເທດຂອງປາເລັສຕິນ ບໍ່ສາມາດບັນລຸຜົນເປັນຈິງໄດ້, ປະຊາຊົນປາເລັສຕິນປະເຊີນໜ້າກັບຄວາມບໍ່ຍຸດຕິທຳໃນປະຫວັດສາດ ບໍ່ໄດ້ຮັບການແກ້ໄຂ. ການເກີດການປະທະກັນຮອບນີ້ ໄດ້ຢືນຢັນອີກເທື່ອໜຶ່ງວ່າ, “ແຜນການປະເທດດຽວ” ແມ່ນບໍ່ສາມາດເປັນໄປໄດ້, ມີແຕ່ຈະເຮັດໃຫ້ປາເລັສຕິນແລະອິດສະຣາແອນຕົກເຂົ້າສູ່ວົງຈອນການປະທະກັນເທົ່ານັ້ນ; ການຈັດຕັ້ງປະຕິບັດ “ແຜນການສອງປະເທດ” ຈິ່ງແມ່ນເສັ້ນທາງພື້ນຖານໃນການແກ້ໄຂບັນຫາປາເລັສຕິນ. “ແຜນການສອງປະເທດ” ທີ່ປະຊາຄົມໂລກຍອມຮັບແລະເຫັນດີນຳແມ່ນສ້າງຕັ້ງປະເທດປາເລັສຕິນເປັນອິດສະຫຼະ ໂດຍອີງຕາມຊາຍແດນປີ 1967 ເປັນພື້ນຖານ, ຖືເອົາເຢລູຊາເລັມຕາເວັນອອກເປັນນະຄອນຫຼວງ ແລະ ມີອະທິປະໄຕຢ່າງຄົບຖ້ວນ. ອົງການສະຫະປະຊາຊາດ, ສັນນິບາດອາຣັບ, ຈີນ, ຣັດເຊຍ ແລະ ສະຫະພາບເອີຣົບເປັນຕົ້ນ ລ້ວນແຕ່ຮຽກຮ້ອງໃຫ້ສອງຝ່າຍປາເລັສຕິນກັບອິດສະຣາແອນຢຸດຍິງໃນທັນທີ, ກັບຄືນສູ່ການເຈລະຈາ “ແຜນການສອງປະເທດ” ແລະ ບັນລຸການຢູ່ຮ່ວມກັນໂດຍສັນຕິ.

ອີງຕາມຂ່າວຫຼ້າສຸດ, ທູດພິເສດຂອງຈີນຈະເດີນທາງໄປຢ້ຽມຢາມບັນດາປະເທດທີ່ກ່ຽວຂ້ອງໃນພາກພື້ນຕາເວັນອອກກາງ ເພື່ອຊຸກຍູ້ໃຫ້ສະຖານະການຜ່ອນຄາຍລົງ. ໃນຂະນະດຽວກັນ, ຈີນຮຽກຮ້ອງໃຫ້ຈັດກອງປະຊຸມສັນຕິພາບສາກົນໂດຍໄວ ພາຍໃຕ້ການນຳພາຂອງອົງການສະຫະປະຊາຊາດ. “ແຜນການສອງປະເທດ” ເປັນຄວາມເຫັນທີ່ເປັນເອກະພາບກັນຂອງປະຊາຄົມໂລກ, ມີແຕ່ຈັດຕັ້ງປະຕິບັດ “ແຜນການສອງປະເທດ” ຢ່າງສົມບູນເທົ່ານັ້ນ, ຈິ່ງຈະນຳເອົາສັນຕິພາບມາສູ່ພາກພື້ນຕາເວັນອອກກາງຢ່າງຖາວອນ.