“ໜຶ່ງແລວໜຶ່ງເສັ້ນທາງ”ພາກທີ3: ການປະດິດສ້າງ

2023-10-17 16:24:34 cri



ລະດູໃບໄມ້ຫຼົ່ນປີ2013, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” (ຊື່ເຕັມແມ່ນ: ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລສະຕະວັດທີ21),ຕະຫຼອດໄລຍະ10ປີຜ່ານມານີ້, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບຜົນງານອັນອຸດົມສົມບູນ. ໃນນີ້, ການປະດິດສ້າງ ເປັນປັດໄຈສຳຄັນອັນໜຶ່ງໃນການຄ້ຳຊູຜົນງານເຫຼົ່ານີ້.

 

     ວັນທີ16 ພະຈິກ 2022, ການຕໍ່ສາຍຜ່ານທາງວິດີໂອທີ່ມີຄວາມໝາຍພິເສດຄັ້ງໜຶ່ງໄດ້ຈັດຂຶ້ນລະຫວ່າງທ້ອງຖິ່ນສອງແຫ່ງຢູ່ອິນໂດເນເຊຍ.

 

ຢູ່ສະຖານທີ່ຫຼັກຈັດພິທີ ທີ່ເກາະບາຫຼີ, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ຮ່ວມກັນອອກຄຳສັ່ງໂດຍປະກາດເປີດການທົດລອງການແລ່ນລົດຂອງເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ.

 



ສ່ວນຢູ່ສະຖານທີ່ສຳຮອງຈັດພິທີ, ທ່າມກາງສາຍຕາທີ່ເຕັມໄປດ້ວຍຄວາມຄອງຄອຍຈາກຄົນທັງຫຼາຍ,  ລົດໄຟກວດກາເຕັກນິກສັງລວມທີ່ໃໝ່ອ່ຽມແລະສວຍງາມຂະບວນໜຶ່ງໄດ້ຄ່ອຍໆແລ່ນອອກຈາກສະຖານີເດຕາລູອາແລ້ວຄ່ອຍເລັ່ງຄວາມໄວແລ່ນໄປທາງໜ້າ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການທົດລອງແລ່ນລົດຂອງເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ປະສົບຜົນສຳເລັດຢ່າງຈົບງາມແລ້ວ.

 

ໃນຖານະເປັນໂຄງການຕົວແບບແຫ່ງການເຊື່ອມຕໍ່ຍຸດທະສາດການພັດທະນາຂອງຈີນແລະອິນໂດເນເຊຍກໍຄືການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ເປັນໂຄງການທຳອິດທີ່ທົ່ວລະບົບ, ປັດໄຈຄົບທຸກຢ່າງ ແລະ ຕ່ອງໂສ້ອຸດສາຫະກຳຄົບຊຸດແຫ່ງເສັ້ນທາງລົດໄຟ ຄວາມໄວສູງຂອງຈີນກ້າວອອກໄປສູ່ຕ່າງປະເທດ.

 

ສ່ວນຢູ່ເບື້ອງຫຼັງຂອງຜົນງານນີ້ແມ່ນການປະດິດສ້າງຕ່າງໆຄື: ນຳໃຊ້ເຕັກນິກວິທະຍາສາດຂອງຈີນເພື່ອຕາບຈູນຊ່ອງຫວ່າງດ້ານເຕັກນິກຂອງອິນໂດເນເຊຍເປັນຕົ້ນແມ່ນ ໝູນໃຊ້ການອອກແບບປ້ອງກັນການເຂົ້າໝ້ຽງທີ່ມີມາດຕະຖານສູງເພື່ອໃຫ້ສອດຄ່ອງກັບເງື່ອນໄຂດິນຟ້ອາກາດທີ່ຮ້ອນຊຸ່ມຕະຫຼອດປີຢູ່ເທິງເກາະຊາວາ, ໝູນໃຊ້ແຮງດຶງສູງກວ່າເກົ່າເພື່ອໃຫ້ສອດຄ່ອງກັບແລວທາງລົດໄຟເທິງ ເນີນຄ້ອຍຊັນທີ່ຍາວຢຽດ, ໝູນໃຊ້ເຄືອຂ່າຍສາຍໄຟຟ້າຊັກນຳດ້ານເທິງທີ່ກະທັດຮັດເປັນເອກະພາບກັນ, ລະບົບຂໍ້ມູນຂ່າວສານແບບອັດຕະໂນມັດແລະອື່ນໆ. ທົ່ວໂລກສາມາດຮັບຮູ້ໄດ້ເຖິງຄວາມຈິງໃຈຂອງຈີນທີ່ຍິນດີຮ່ວມກັບບັນດາປະເທດເພີ່ມທະວີການຮ່ວມມືດ້ານການປະດິດສ້າງ ທັງຍັງສາມາດເຫັນໄດ້ຄວາມຕັ້ງໃຈແລະກຳລັງຕົວຈິງຂອງຈີນໃນການມຸ່ງໝັ້ນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເປັນເສັ້ນທາງແຫ່ງການປະດິດສ້າງ.

 

ການປະດິດສ້າງເປັນກຳລັງແຮງສຳຄັນໃນການຊຸກຍູ້ການພັດທະນາ, ຍັງເປັນສິ່ງທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ເປັນພິເສດ.ເພິ່ນໄດ້ຊີ້ໃຫ້ເຫັນດ້ວຍສາຍຕາເບິ່ງກວ້າງມອງໄກວ່າ: ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນມາດຕະການປະດິດສ້າງຢ່າງໜຶ່ງ, ການພັດທະນາການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ດີ ຍັງຄົງຕ້ອງຊອກຫາແຮງຂັບເຄື່ອນຈາກການປະດິດສ້າງຄືກັນ.

 

ເດືອນພຶດສະພາປີ2017, ໃນພິທີເປີດກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທຳອິດ ເຊິ່ງເປັນທີ່ປະຈັກຕາຕໍ່ຄົນທັງຫຼາຍ, ທ່ານປະທານສີຈິ້ນຜິງໄດ້ສະເໜີວ່າຈະສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເປັນເສັ້ນທາງແຫ່ງການປະດິດສ້າງ, ໂດຍໄດ້ປະກາດເປີດໂຄງການດຳເນີນງານປະດິດສ້າງວິທະຍາສາດເຕັກນິກ “ໜຶ່ງແລວໜຶ່ງເສັ້ນທາງ” ພ້ອມທັງໃຫ້ຄຳໝັ້ນສັນຍາຂອງຈີນ.

 

ໃນເວລາເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 2, ທ່ານປະທານສີຈິ້ນຜິງໄດ້ລິເລີ່ມໃຫ້ບັນດາຝ່າຍຮ່ວມກັນກຳແໜ້ນກາລະໂອກາດແຫ່ງການພັດທະນາຫັນເປັນດິຈີຕອນ, ຫັນເປັນເຕັກນິກອິນເຕີເນັດ ແລະຫັນເປັນແບບອັດສະລິຍະ, ຮ່ວມກັນຄົ້ນຄວ້າເຕັກນິກໃໝ່, ຮູບແບບອຸດສາຫະກຳໃໝ່ ແລະຮູບແບບທຸລະກິດໃໝ່, ຄົ້ນຫາແຮງຂັບເຄື່ອນການເຕີບໂຕແລະຊ່ອງທາງການພັດທະນາອັນໃໝ່.

 

ໃນເວລາເປັນປະທານກອງປະຊຸມສຸດຍອດຈີນ-ອາຊີກາງຄັ້ງທຳອິດ, ທ່ານປະທານສີຈິ້ນຜິງໄດ້ສະແດງຄວາມຍິນດີຢ່າງອົບອຸ່ນເພື່ອເຊີນຊວນໃຫ້ບັນດາປະເທດອາຊີກາງເຂົ້າຮ່ວມໂຄງການຮ່ວມມືພິເສດ“ໜຶ່ງແລວໜຶ່ງເສັ້ນທາງ”ໃນດ້ານເຕັກນິກການພັດທະນາແບບຍືນຍົງ, ການປະດິດສ້າງກັບການສ້າງທຸລະກິດ, ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານອະວະກາດເປັນຕົ້ນ.

 

ການເລືອກເອົາການປະດິດສ້າງແມ່ນການເລືອກເອົາວິໄສທັດທີ່ເບິ່ງກວ້າງມອງໄກ, ເລືອກເອົາອະນາຄົດ. ທ່ານສີຈິ້ນຜິງໄດ້ຄົ້ນຄິດຢ່າງເລິກເຊິ່ງ,ສະເໜີຂໍ້ລິເລີ່ມອັນຍິ່ງໃຫຍ່ແລະຊຸກຍູ້ການປະຕິບັດຢ່າງຕິດແທດຕົວຈິງໂດຍໄດ້ຊີ້ນຳການສ້າງ “ເສັ້ນທາງແຫ່ງການປະດິດສ້າງ” ໃຫ້ຂະຫຍາຍຕົວກ້າວເຂົ້າສູ່ລວງເລິກຢ່າງໜັກແໜ້ນ.

 

 ທ່ານບິວເກດ ປະທານຮ່ວມຂອງມູນິທິບິວແລະເມຣິນດາ ເກດ ອາເມຣິກາ(Bill & Melinda Gates Foundation)ໄດ້ຕີລາຄາວ່າ: ຈີນມີບົດຮຽນແລະຄວາມສາມາດສະເພາະຕົວທີ່ເຫັນໄດ້ຢ່າງປະຈັກຕາຕໍ່ຊາວໂລກ, ໂດຍໄດ້ສຸມໃສ່ການລົງທຶນໃນການປະດິດສ້າງດ້ານວິທະຍາດເຕັກນິກມາໂດຍຕະຫຼອດ, ສາມາດຜ່ານຈາກການແບ່ງປັນຜົນງານດ້ານວິທະຍາສາດເຕັກນິກແລະບົດຮຽນທີ່ສຳເລັດຜົນເພື່ອປະກອບສ່ວນອັນພິເສດໃຫ້ກັບໂລກ.

 


ສະຖານີພາກພື້ນດິນດາວທຽມສື່ສານລາວເຊັດ1 (LAOSAT-1)ທີ່ນະຄອນຫຼວງວຽງຈັນ

ຄຳຍ້ອງຍໍແບບນີ້ແມ່ນເກີດມາຈາກຄວາມເປັນຈິງ ແລະຈາກຄວາມຈິງໃຈ.

 

ຢູ່ປະເທດລາວ, ຄົນທັງຫຼາຍໄດ້ໃຊ້ຄຳວ່າ “ສະເທືອນຟ້າສະເທືອນດິນ”ມາພັນລະນາ2ໂຄງການສັນຍາລັກແຫ່ງການຮ່ວມມືຈີນ-ລາວຢ່າງມີຊີວິດຊີວາ. ໃນນີ້, ຄຳວ່າ “ສະເທືອນຟ້າ”ແມ່ນໝາຍເຖິງໂຄງການດາວທຽມ. ທ້າຍປີ2015, ດາວທຽມສື່ສານລາວເຊັດ1 (LAOSAT-1)ໄດ້ຖືກສົ່ງຂຶ້ນສູ່ອະວະກາດຢ່າງສຳເລັດຜົນ. ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວໃນເວລານັ້ນໄດ້ກ່າວວ່າ: “ປະຊາຊົນລາວທົ່ວທັງຊາດຕ່າງກໍມີຄວາມປິຕິຊົມຊື່ນນຳເລື່ອງທີ່ຝ່າຍຈີນໄດ້ຊ່ວຍປະເທດລາວສົ່ງດາວທຽມຂຶ້ນສູ່ອະວະກາດ.” ຍ້ອນໄດ້ຮັບຜົນປະໂຫຍດຈາກຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”, ຄວາມໃຝ່ຝັນທີ່ຢາກມີດາວທຽມຂອງປະຊາຊົນລາວໄດ້ປາກົດຜົນເປັນຈິງ, ນອກນີ້ຍັງມີສະຖານີດາວທຽມພາກພື້ນດິນທີ່ຄົບວົງຈອນແຫ່ງທຳອິດ, ມີເຄືອຂ່າຍວິທະຍຸໂທລະພາບດາວທຽມທີ່ປົກຄຸມທົ່ວປະເທດເຄືອຂ່າຍທຳອິດ ແລະມີວົງໂຄຈອນດາວທຽມເປັນຂອງປະເທດຕົນແຫ່ງທຳອິດອີກດ້ວຍ.

 

ທຸກມື້ນີ້, ການປະດິດສ້າງດ້ານວິທະຍາສາດເຕັກນິກໄດ້ກາຍເປັນເສົາຄ້ຳອັນສຳຄັນຕົ້ນຕໍຂອງການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນການແລກປ່ຽນດ້ານນະໂຍບາຍ,ການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ການສ້າງຄວາມສະດວກໃຫ້ກັບການຄ້າ, ການເຊື່ອມໂຍງດ້ານເງິນທຶນ, ການເຊື່ອມສານດ້ານຈິດໃຈຂອງປະຊາຊົນ.

 

 ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເປັນເສັ້ນທາງແຫ່ງການປະດິດສ້າງ ໄດ້ບົ່ມຊ້ອນການຄົ້ນຄິດຢ່າງເລິກເຊິ່ງກ່ຽວກັບ“ຈີນກັບໂລກມີອິດທິພົນຕໍ່ກັນຄືແນວໃດ.” ຫຼາຍປີຜ່ານມານີ້, ຈາກການເປີດກວ້າງການແລກປ່ຽນດ້ານວິທະຍາສາດເຕັກນິກແລະວັດທະນະທຳ ຈົນຮອດ ການຮ່ວມກັນສ້າງຫ້ອງທົດລອງປະສົມ, ຈາກການເພີ່ມທະວີການຮ່ວມມືໃນເຂດນິຄົມວິທະຍາສາດເຕັກນິກຈົນຮອດການຊຸກຍູ້ການສ້າງສູນຖ່າຍໂອນເຕັກນິກແລະອື່ນໆ. ຈີນກັບບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ຮ່ວມມືກັນໂດຍໃຊ້ມາດຕະການປະຕິບັດຢ່າງລະອຽດຈົນປາກົດມີຜົນງານດ້ານການປະດິດສ້າງຢ່າງບໍ່ຢຸດຢັ້ງ.

 

ຕົວຢ່າງ: ຈີນກັບ80ກວ່າປະເທດທີ່ຮ່ວມການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິທະຍາສາດເຕັກນິກລະຫວ່າງລັດຖະບານ.

 

ຈີນໄດ້ສະໜັບສະໜູນນັກວິທະຍາສາດໜຸ່ມຈາກປະເທດທີ່ຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ເກືອບ10.000ຄົນມາດຳເນີນການແລກປ່ຽນແລະເຮັດວຽກການຄົ້ນຄວ້າວິທະຍາສາດໄລຍະສັ້ນຢູ່ຈີນ, ນັບລວມແລ້ວໄດ້ອົບຮົມນັກວິຊາການແລະຜູ້ບໍລິຫານ ຫຼາຍກວ່າ16.000ເທື່ອຄົນໃຫ້ກັບປະເທດເຫຼົ່ານີ້.

 

ຈີນໄດ້ສ້າງເວທີຖ່າຍໂອນເຕັກນິກຂ້າມຊາດຈຳນວນ9ແຫ່ງທີ່ຫັນໜ້າໄປສູ່ອາຊຽນ, ອາຊີໃຕ້, ປະເທດອາຣັບ,ທະວີບອາຟຣິກາ,ອາເມຣິກາລາຕິນແລະເຂດແຄວ້ນອື່ນໆ.

 

ຈີນໄດ້ເປີດການກໍ່ສ້າງຫ້ອງທົດລອງປະສົມ“ໜຶ່ງແລວໜຶ່ງເສັ້ນທາງ”  50 ກວ່າແຫ່ງໃນຂົງເຂດກະສິກຳ,ພະລັງງານໃໝ່, ສາທາລະນະສຸກກັບສຸຂະພາບແລະອື່ນໆ.

 

ປະຊາຄົມການປະດິດສ້າງທີ່ມີແນວຄິດການພັດທະນາຄ້າຍຄືກັນ, ປັດໄຈເຄື່ອນໄຫວຢ່າງໂລ່ງລຽນ, ພື້ນຖານໂຄງລ່າງດ້ານວິທະຍາສາດເຕັກນິກເຊື່ອມໂຍງເຊື່ອມຈອດກັນ, ຕ່ອງໂສ້ການປະດິດສ້າງເຊື່ອມໂຍງເຂົ້າກັນ, ການແລກປ່ຽນດ້ານບຸຄະລາກອນມີຄວາມສະດວກນັ້ນພວມຫັນຈາກວິໄສທັດອັນດີງາມກາຍມາຄວາມເປັນຈິງຢ່າງເປັນຂະບວນຟົດຟື້ນ.